ພົບກັນງານບຸນຊ່ວງເຮືອທ່າວັດຈັນ ວັນທີ 9-11 ຕຸລາ 2022 ປີນີ້ຈັດເຕັມມີຫລາກຫລາຍກິດຈະກຳ

    0
    99

    ພົບກັນງານບຸນຊ່ວງເຮືອທ່າວັດຈັນ ວັນທີ 9-11 ຕຸລາ 2022 ປີນີ້ຈັດເຕັມມີຫລາກຫລາຍກິດຈະກຳ

    ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ໄດ້ຖະແຫຼງກ່ຽວກັບການຈັດງານ ການຈັດງານງງານບຸນອອກພັນສາປະວໍລະນາ ປະຈໍາປີ 2022 ທີ່ທ່າວັດຈັນ ໃນວັນທີ 20 ກັນຍາ 2022 ວ່າ: ຈຸດປະສົງເພື່ອເປັນການຮັກສາ ແລະ ເສີມຂະຫຍາຍງານບຸນປະເພນີທີ່ເຄີຍສຶບທອດກັນມາແຕ່ບູຮານນະການໃຫ້ດຳລົງຄົງຢູ່ນຳຊາວລາວຕະຫຼອດໄປ ເພື່ອ

    ເປັນການສົ່ງເສີມໂຄສະນາ ວາງສະແດງແລະ ຈໍາໜ່າຍສິນຄ້າ ເພື່ອເຮັດໃຫ້ຜະລິດຕະພັນສິນຄ້າພາຍໃນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ມີໂອກາດເສີມຂະຫຍາຍທ່າແຮງບົ່ມຊ້ອນຂອງສິນຄ້າດັ່ງກ່າວ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າທີ່ມາທ່ຽວງານບຸນໄດ້ຊື້ ໄດ້ຂາຍ ໄດ້ແລກປ່ຽນຜະລິດຕະພັນພາຍໃນ.

    ສຳລັບກິດຈະກຳການເຄື່ອນໄຫວ ໃນງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອ ປະຈຳປີ 2022 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເຊິ່ງມີທັງໝົດ 7 ກິດຈະກຳ ດັ່ງນີ້:

    ວັນທີ ໃນວັນທີ 9 ຕຸລາ 2022 ມີ ກິດຈະກຳ ທາງດ້ານສາສະໜາ ແລະ ຮີດຄອງປະເພນີ ມີພິທີສູດອອກພັນສາປະວໍລະນາ ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ ມີພິທີວຽນທຽນ ໄຫຼເຮືອໄຟໂຄກ ສ່ວນຢູ່ທ່າວັດຈັນມີການລອຍກະໂທງ ແຕ່ບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.ກິດຈະກໍາ ການຊ່ວງເຮືອ ວັນທີ 11/10/2022:

    ກິດຈະກໍາການແຂ່ງຂັນຊ່ວງເຮືອທີ່ທ່າວັດຈັນ ປະຈຳປີ 2022 ແມ່ນຈະຈັດການແຂ່ງຂັນ ຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ ຈະໄດ້ຊ່ວງເຮືອປະເພນີຍິງ ປະເພນີຊາຍ ເຮືອສູດຊາຍ (ຖ້າຫາກມີນ້ຳຫຼາຍ)

    ກໍລະນີມີນ້ໍາໜ້ອຍຈະໄດ້ຍ້າຍໄປແຂ່ງຂັນຢູ່ຕໍ່ໜ້າໂຮງແຮມແລນມາກ ເລີ່ມແຕ່ເວລາ 8:30 ໂມງ (ຕອນເຊົ້າ) ເປັນຕົ້ນໄປ ເລີ່ມຊ່ວງເຮືອ ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ ຖ້າມີນ້ຳໜ້ອຍ ແມ່ນຈະໄດ້ຈັດການຊ່ວງເຮືອ 12 ສີພາຍ.

    ວັນທີ 10/10/2022 ຢູ່ບຸ່ງທີ່ທ່າວັດຈັນ ເມືອງຈັນທະບູລີ ເພື່ອໃຫ້ຖືກຕ້ອງຕາມຮີດຄອງປະເພນີ ເລີ່ມແຕ່ ເວລາ 9:00 ໂມງ ຮອດ 15 ໂມງ ແມ່ນສຳເລັດການແຂ່ງຂັນ ຄາດຄະເນເຮືອເຂົ້າຮ່ວມການແຂ່ງຂັນ ປະມານ 26 ລຳ ໃນນັ້ນປະເພດເຮືອ 12 ສີພາຍ ມີປະມານ 8 ລຳ ເຮືອປະເພນີ ຍິງ 55 ສີພາຍ ປະມານ 4 ລຳ ແລະ ເຮືອປະເພນີ ຊາຍ 55 ສີພາຍ 10 ລຳ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.