ທີມຊາດລາວ ຊຸດໃຫຍ່ ຈະກຽມໄປແຂ່ງຂັນບານເຕະທີ່ປະເທດບຣູໄນ ໃນລາຍການ FIFA DAY ເກັບຄະແນນອັນດັບໂລກ

    0
    176

    ສະຫະພັນບານເຕະແຫ່ງຊາດລາວ ລາຍງານໃຫ້ຮູ້ວ່າ: ທີມຊາດລາວ ຊຸດໃຫຍ່ ຈະກຽມໄປແຂ່ງຂັນບານເຕະທີ່ປະເທດບຣູໄນ ໃນລາຍການ FIFA DAY ເກັບຄະແນນອັນດັບໂລກ ( ຟີຟາ ແຣງກີ້ງ ) ພ້ອມເປັນການທົດສອບກ່ອນລຸຍບານເຕະ AFF Mitsubishi Electric Cup 2022 ທ້າຍປີນີ້ອີກດ້ວຍ.ລາຍການນີ້ມີ 3 ປະເທດເຂົ້າຮ່ວມໂດຍມີ ບຣູໄນ ເຈົ້າພາບ, ມານດິບ ແລະ ສປປລາວ ໂດຍຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:

    ວັນທີ 24 ກັນຍາ 2022 ເວລາ 16:00 ທີມຊາດລາວ ພົບ ມານດິບ ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ ໂດຍທຸກໆນັດແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

    ທີ່ມາ: ສຕລ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.