ນັບແຕ່ປີ 1996-2022 ແຂວງສາລະວັນ ສາມາດເກັບກູ້ໄດ້ປະມານ 152.054 ລູກ ໃນວັນທີ 20 ກັນຍາ 2022 ນີ້, ທ່ານ ປະເດີມພອນ ສົນທະນີ ຮອງລັດຖະ ມົນຕີ ກະຊວງແຮງແລະ ສະຫວັດດີການສັງຄົມ, ຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ
ລາວ(ຄຊກລ), ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ, ປະທານຄະນະກໍາມະການຄຸ້ມຄອງເພື່ອແກ້ໄຂ ບັນຫາລະເບີດບໍ່ທັນແຕກ ແຂງສາລະວັນ, ທ່ານນາງ ແຄັດທະລິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ (ສປຊ) ເພື່ອການພັດທະນາ ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ລົງຢ້ຽມຢາມກິດຈະກໍາການ
ໂຄສະນາສຶກສາຄວາມສ່ຽງໄພ ການສໍາຫລວດ ກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ ຈໍານວນ 5 ລູກ ຢູ່ບ້ານເຕົາປູນ ເມືອງສາລະວັນ, ນັບແຕ່ປີ 1996-2022 ແຂວງສາລະວັນ ສາມາດເກັບກູ້ໄດ້ປະມານ 152.054 ລູກ.
ບໍລິສັດ ລາວ ແລນໂຣເວີ ໜ່ວຍ 13, ຖະໜົນ ກຳແພງເມືອງ, ບ້ານໂພນທັນ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ສປປລາວ, ສອບຖາມຂໍ້ມູນໂທ: 021 419 310-5