ເຈົ້າໜ້າທີ່ ປກສ ເມືອງແອດ ສາມາດມ້າງຄະດີຢາເສບຕິດໄດ້ 2 ເລື່ອງ

    0
    78

    ເຈົ້້າໜ້າທີ່ ປກສ ເມືອງແອດ ແຂວງຫົວພັນ ສົມທົບກັບ ປກສ ກຸ່ມບ້ານນາຄໍາ ນໍາກໍາລັງວິຊາສະເພາະອອກກວດກາຕິດຕາມເປົ້າໝາຍຢູ່ລະຫວ່າງ ບ້ານນາຄໍາ ຫາ ບ້ານຜາແກ້ວ ຈົນຮອດເວລາ 8:00 ໂມງ ຂອງວັນທີ 14 ກັນຍາ 2022 ພົບເຫັນເປົ້າໝາຍຊື່ ທ້າວ ເພັງ ອາຍຸ 35 ປີ ຢູ່ບ້ານນາຄໍາ ຂັບຂີ່ລົດຈັກມາແຕ່ບ້ານຜາແກ້ວ ຈຶ່ງຂໍອະນຸຍາດກວດກາຕາມລະບຽບການ ພົບເຫັນຢາບ້າ 16 ເມັດ, ໂທລະສັບມືຖື 1 ເຄື່ອງ ແລະ ເງິນ 234.000 ກີບ.

    ນອກນັ້ນ, ໃນເວລາ 9:30 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ ປກສ ເມືອງແອດ ຍັງໄດ້ສົມທົບກັບ ປກສ ກຸ່ມບ້ານນາຄໍາ, ປກຊ ເມືອງ, ປກສ ບ້ານຜາແກ້ວ ແລະ ອົງການປົກຄອງບ້ານ ເຂົ້າກວດຄົ້ນເຮືອນຂອງເປົ້າໝາຍຊື່ ທ້າວ ເຊັງ ອາຍຸ 33 ປີ ຢູ່ບ້ານຜາແກ້ວ ແລະ ຜ່ານການກວດຄົ້ນ ພົບເຫັນຂອງກາງປະເພດຢາບ້າ ຈໍານວນ 84 ເມັດ, ຝິ່ນ 2 ກ້ອນນ້ອຍ, ແກ່ນຝິ່ນ 5 ກິໂລກຼາມ, ເລົາປືນແກັບ 1 ເລົາ ແລະ ເງິນ 1.504.000 ກີບ.

    ຜ່ານການສອບສວນຂອງເຈົ້າໜ້າທີ່ ພວກກ່ຽວທັງ 2 ຄົນ ສາລະພາບວ່າ: ຢາເສບຕິດ ແລະ ຂອງກາງຈໍານວນດັ່ງກ່າວ ທີ່ເຈົ້າໜ້າທີ່ກວດພົບແມ່ນຂອງພວກກ່ຽວແທ້. ສະນັ້ນ, ເຈົ້າໜ້າທີ່ ປກສ ເມືອງແອດ ຈຶ່ງໄດ້ຢຶດຂອງກາງຈໍານວນດັ່ງກ່າວ ພ້ອມທັງຈັບຕົວພວກກ່ຽວ ໄປດໍາເນີນການສອບສວນຫາກຸ່ມແກ້ງຮ່ວມຂະບວນການເພື່ອຕິດຕາມຈັບມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.