ຄົນເກີດວັນອາທິດ:ການງານເຮັດທຸລະກິດທາງດ້ານຊັບສິນຈະປະສົບຄວາມສຳເລັດ ການເງິນມີໂອກາດໄດ້ຮັບໂຊກຈາກຜູ້ໃຫຍ່ ຄວາມຮັກພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ9
ຄົນເກີດວັນຈັນ:ການງານພົບເລື່ອງກົດດັນໃນສະຖານທີ່ເຮັດວຽກ ການເງິນຈະພົບເລື່ອງຄຽດທາງດ້ານການເງິນ ອາດເປັນຍ້ອນລາຍຈ່າຍບໍ່ຄົງຕົວ ຄວາມຮັກຊ່ວງນີ້ຈະເກີດຄວາມເຫີນຫ່າງກັບຄົນຮັກຫລາຍຂຶ້ນ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານວາງແຜນແລ້ວທ່ານຄວນເລີ່ມເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກພົບຄວາມສຳພັນທີ່ບໍ່ຊັດເຈນເຂົ້າມາແບບໃຫ້ໜັກໃຈ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນພຸດ:ການງານທີມງານໃນບ່ອນເຮັດວຽກຄອຍຖ້າຊ່ວຍເຫລືອໃຫ້ທ່ານເຮັດຽກງານໃຫ້ສຳເລັດ ການເງິນເສຍເງິນໃນການໃຊ້ຈ່າຍຊ່ອມແຊມຂອງທີ່ເສຍຫາຍ
ຄວາມຮັກການເດີນທາງໄກມີໂອກາດພົບຮັກ ແລະ ມີໂຊກ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຟ້າ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານການເຮັດວຽກງານເລັ່ງຮີບອາດເກີດຄວາມຜິດພາດ ການເງິນມີໂອກາດເບີກເງິນເກັບອອກມາໃຊ້ຈ່າຍ ຄວາມຮັກພົບຄົນຜິວຂາວເປັນຄົນເກັ່ງມີຄວາມສາມາດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີເທົາ ເລກນຳໂຊກ5
ຄົນເກີດວັນສຸກ:ການງານເຮັດທຸລະກິດກັບໝູ່ເພື່ອນທີ່ສະໜິດຈະເກີດຄວາມສຳເລັດ ການເງິນຄົນຮັກຈະອຸປະຖຳດ້ານການເງິນ ແຕ່ຄວນໃຊ້ຈ່າຍຢ່າງລະມັດລະວັງ ຄວາມຮັກມີຄວາມສຸກໃນເລື່ອງຮັກ ແຕ່ຕ້ອງລະວັງການປາກເວົ້າ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ0
ຄົນເກີດວັນເສົາ:ການງານເຮັດທຸລະກິດວົງການບັນເທີງຈະປະສົບຄວາມສຳເລັດ ການເງິນ ເປັນຊ່ວງໄລຍະການຈັບຈ່າຍ ແຕ່ໃຫ້ທ່ານລະວັງລາຍຈ່າຍເພາະອາດເກີນໂຕ ຄວາມຮັກເດິນທາງໄກແລ້ວໄດ້ພົບຮັກ ອາດເປັນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ ຫີນນໍາໂຊກສີແດງ ສີມຸງຄຸນສີມ້ວງ ເລກນຳໂຊກ6