ກົດໄລ້ກົດແຊຣ໌ ດວງລາຍວັນປະຈຳວັນທີ 27 ກັນຍາ 2022 ການງານ ການເງິນ ຄວາມຮັກ

    0
    77

    ຄົນເກີດວັນອາທິດ:ການ​ງານເຖິງ​ແມ່ນ​ຈະ​ໃຊ້​ຄວາມ​ພະຍາຍາມ​ຫລາຍ​ເປັນ​ພິເສດ ກໍ​ຍັງ​ບໍ່​ພົບ​ຄວາມ​ສຳ​ເລັດ​ທາງ​ດ້ານ​ການ​ງານ ອາດ​ຕ້ອງ​ແກ້​ບັນຫາ​ສະເພາະ​ໜ້າ​ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້​ເສຍ​ກ່ອນ ການ​ເງິນ​ ຈະ​ໃຊ້​ເງິນ​ຫລາຍ​ເປັນ​ພິເສດ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໃດ​ໆ ໄດ້​ເລີຍ ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ອາ​ຍຸ​ນ້ອຍ​ກວ່າ ແຕ່​ຈະ​ເປັນ​ການ​ເບິ່ງ​ໆ ກັນ​ໄປ​ກ່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ສິເຫຼືອງ ເລກ​ນຳ​ໂຊກ​3

    ຄົນເກີດວັນຈັນ:ການ​ງານຢຸດ​ເພື່ອ​ຖ້າ​ເບິ່ງ​ສະຖານນະການ​ກ່ອນທີ່ຈະ​ໃຊ້​ເງິນ​ກ້ອນ​ໃຫຍ່​ກັບ​ການ​ລົງ​ທຶນ​ໃດ​ໆ ການ​ເງິນລະ​ວັງ​ເລື່ອງ​ການ​ໃຊ້​ຈ່າຍ​ໃຫ້​ດີ ໂດຍ​ສະເພາະ​ການ​ນຳ​ເງິນ​ໃນ​ອະນາຄົດ​ອອກ​ມາ​ໃຊ້ ຄວາມ​ຮັກ​ສຸກ​ສົມ​ຫວັງ ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ ມີ​ໂອ​ກາດ​ພົບ​ຄົນ​ຜິວ​ຂາວ ເຄື່ອງມຸງຄຸນ​ຕ່າງຫູ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2

    ຄົນເກີດວັນອັງຄານ:ການ​ງານຈະ​ພົບ​ການ​ປ່ຽນ​ແປງ​ດ້ານ​ການ​ງານ ຫລື​ການຍົກ​ຍ້າຍ​ໃນ​ຊ່ວງ​ນີ້​ກໍ​ເປັນ​ໄດ້​ ການ​ເງິນວາງ​ແຜນ​ດ້ານ​ການ​ເງິນ ເພື່ອ​ຕຽມ​ນຳ​ອອກ​ໄປ​ໃຊ້​ຈ່າຍ​ໃນ​ເລື່ອງ​ຂອງ​ທຸລະກິດ ຄວາມ​ຮັກໃນຊ່ວງ​ນີ້ ຈະ​ພົບ​ຄົົນທີ່​ສະຫລຽວ​ສະຫລາດ ຊ່າງ​ເວົ້າ ຢູ່ໃນ​ເກນ​ຜິວ​ສອງ​ສີ ເຄື່ອງມຸງຄຸນ​​ສາຍແຂນຄໍາ ສີມຸງຄຸນສີ​ເງິນ ເລກ​ນຳ​ໂຊກ​9

    ຄົນເກີດວັນພຸດ:ການ​ງານການ​ຕິດ​ຕໍ່​ດ້ານ​ການ​ງານ​ຈະ​ນຳ​ພາ​ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ໄດ້​ດີ​ຂຶ້ນ ການ​ເງິນຈະ​ມີ​ການ​ໃຊ້​ຈ່າຍ​ຫລາຍ​ໄປ ຈົນ​ສົ່ງ​ຜົນ​ໃຫ້​ການ​ເງິນ​ຕິດ​ລົບ​ກໍ​ເປັນ​ໄດ້​ໃນ​ຊ່ວງ​ນີ້ ຄວາມ​ຮັກ​ມີ​ໂອ​ກາດ​ພົບ​ຮັກ ພົບ​ຄົົນທີ່​ມີສະເໜ່ຫຼາຍ​ໆ ທີ່​ຈະ​ເຂົ້າ​ມາ​ໃນ​ຊ່ວງ​ນີ້ ເຄື່ອງມຸງຄຸນ​​ໄຂ່ມຸກ ສີມຸງຄຸນສີ​ນໍ້າຕານ ເລກ​ນຳ​ໂຊກ​3

    ຄົນເກີດວັນພະຫັດ:ການ​ງານ​ ຈະ​ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ ຊຶ່ງ​ເກີດ​ຈາກ​ການ​ປ່ຽນ​ແປງ​ຍົກຍ້າຍ​ງານ ການ​ເງິນເຖິງ​ແມ່ນ​ບໍ່​ຢາກ​ໃຊ້​ເງິນ ແຕ່​ກໍ​ຈະ​ພົບ​ສິ່ງ​ຂອງ​ທີ່​ຢາກ​ໄດ້​ເຮັດໃຫ້​ຕ້ອງ​ໃຊ້​ຈ່າຍ​ເງິນ​ອອກ​ໄປ ຄວາມ​ຮັກຈະ​ພົບ​ຄົນ​ຜິວ​ສອງ​ສີ​ທີ່​ໝູ່ເພື່ອນ​ຈະ​ແນະ​ນຳ​ໃຫ້​ຮູ້​ຈັກ​ກັນ​ກໍ​ເປັນ​ໄປ​ໄດ້ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີມ້ວງ ເລກ​ນຳ​ໂຊກ​5

    ຄົນເກີດວັນສຸກ:ການ​ງານ​ລະ​ວັງ​ຄວາມ​ຜິດ​ພາດ​ທາງ​ດ້ານ​ການ​ງານ ຄວນ​ຮອບຄອບ​ ແລະ ​ລະມັດ​ລະ​ວັງ ການ​ເງີນຈະ​ພົບ​ບັນຫາ​ສະພາບ​​ທາງ​ດ້ານ​ການ​ເງິນ ຄວນວາງ​ແຜນ​ການ​ໃຊ້​ຈ່າຍ​ໃຫ້​ດີ​ຂຶ້ນ ຄວາມ​ຮັກ​ເບິ່ງ​ຄືຈະ​ພົບ​ຄົົນທີ່​ຖືກ​ໃຈ ແຕ່​ນິ​ໃສຍັງ​ເຂົ້າ​ກັນ​ບໍ່​ຄ່ອຍ​ຈະ​ໄດ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີດໍາ ເລກ​ນຳ​ໂຊກ​2

    ຄົນເກີດວັນ​ເສົາ:ການງານຈະ​ເຮັດ​ທຸ­ລະ​ກິດ​ຫຍັງ​ກໍ​ຈະ​ໂຊ​ກ­ດີ​ໄປ​ທຸກ​ຢ່າງ ມີ​ໂອ­ກາດ​ໄດ້​ເລື່ອນ​​ຂັ້ນ ເລື່ອນ​ຕຳ­ແໜ່ງ ການເງິນລະ​ວັງ​ການ​ໃຊ້​ຈ່າຍ​​ ແຕ່​ກໍ​ມັກ​ຈະ​​ພົບ​ວ່າ​ບໍ­ລິ­ວານ​ຈະ​ເຂົ້າ​ມາ​ຂໍ​ຄວາມ​ຊ່ວຍ­ເຫລືອ​ທຸກຄັ້ງ ຄວາມຮັກຍັງບໍ່​ໄດ້​ໃຫ້​ຄວາມ​ສຳ­ຄັນ​ດ້ານ​ຄວາມ​ຮັກ ແລະ​ ຍັງ​ບໍ່​ຢາກ​ເລືອກ​ໃຜ​ໃນ​ຊ່ວງ​ນີ້ ​​ເ​ຄື່ອງ​ມຸງ­ຄຸນຫີນ​​ນໍາ​ໂຊກ​ສີ­ແດງ ສີມຸງຄຸນສີມ້ວງ
    ເລກ​ນຳ​ໂຊກ​9

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.