ປະຈຸບັນມີແຮງງານລາວທີ່ເຂົ້າໄປເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນລວມທັງໝົດ 200.000 ກວ່າຄົນ
ທ່ານ ນ. ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະຮັບຜິດຊອບແກ້ໄຂບັນຫາແຮງງານລາວທີ່ເຮັດວຽກແບບຜິດກົດໝາຍຢູ່ປະເທດໄທ ໄດ້ເຂົ້າພົບ ທ່ານ ໄພໂຣດ ໂຊຕິກະສະຖຽນ ອະທິບໍດີກົມການຈັດຫາງານ, ກະຊວງແຮງງານແຫ່ງຣາຊະອານາຈັກໄທ. ວັນທີ 20 ກັນຍາ 2022 ກະຊວງແຮງງານແຫ່ງຣາຊະອານາຈັກໄທ.
ທ່ານ ຫົວໜ້າກົມການຈັດຫາງານ ຂອງ ສປປ ລາວ ໄດ້ກ່າວສະແດງຄວາມຂອບໃຈທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສະໜິດສະໜົມ ຂ້າພະເຈົ້າ ພ້ອມຄະນະ , ພ້ອມທັງໄດ້ແນະນໍາໃຫ້ຊາບກ່ຽວກັບການແຕ່ງຕັ້ງຄະນະຮັບຜິດຊອບແກ້ໄຂບັນຫາແຮງງານລາວ ທີ່ມາຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ ແລະ ບໍລິສັດຮຸ່ງເຮືອງ ບໍລິການຈັດຫາງານຈໍາກັດ ທີ່ໄດ້ຮັບການຄັດເລືອກໃຫ້ເປັນຜູ້ຊ່ວຍດໍາເນີນເອກະສານໃຫ້ໜ່ວຍງານພາກລັດ ຊຶ່ງຄະນະດັ່ງກ່າວແມ່ນ ປະຈໍາຢູ່ທີ່ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈໍາປະເທດໄທ ນັບແຕ່ວັນທີ 11 ກັນຍາ ເປັນຕົ້ນມາ. ເພື່ອຊ່ວຍໃຫ້ຄະນະ ໄດ້ເຄື່ອນໄຫວວຽກງານ ໃຫ້ສຳເລັດຕາມຈຸດປະສົ່ງ ແລະ ລະດັບຄາດໝາຍທີ່ກຳນົດໄວ້ ທ່ານ ນ. ອານຸສອນ ຄໍາສິງສະຫວັດ ໄດ້ສະເໜີິຕໍ່ກົມການຈັດຫາງານ ແຫ່ງຣາຊະອານາຈັກໄທ ເພື່ອຂໍການຮ່ວມມື ແລະ ອຳນວຍຄວາມສະດວກ ດັ່ງນີ້:
1. ແຈ້ງໃຫ້ພາກສ່ວນຕ່າງໆທີ່ກ່ຽວຮັບຂ້ອງຊາບ ແລະ ໃຫ້ການຮ່ວມມື ກ່ຽວກັບການມາດໍາເນີນການຂອງຄະນະຮັບຜິດຊອບ ຂອງ ສປປ ລາວ.
2. ການອອກແຈ້ງການເພື່ອປະຊາສໍາພັນໃຫ້ນາຍຈ້າງ/ລູກຈ້າງ ຮັບຮູ້ ແລະ ເຂົ້າໃຈໃນການມາອໍານວຍຄວາມສະດວກປະກອບເອກະສານປ່ຽນໜັງສືຜ່ານແດນ (Passport) ແລະ ອະນຸມັດບັນຊີລາຍຊື່ແຮງງານ (Name list) ຂອງເຈົ້າໜ້າທີ່ຈາກ ສປປ ລາວ ພ້ອມທັງໃຫ້ຊຸກຍູ້ໃຫ້ນາຍຈ້າງ ແລະ ຕົວແທນນາຍຈ້າງ ນຳເອົາຜູ້ອອກແຮງງານທີ່ໄດ້ຂຶ້ນທະບຽນ ມາປະກອບເອກະສານ ນັບແຕ່ນີ້ ຈົນເຖິງວັນທີ 04 ພະຈິກ 2022 ຕາມລາຍລະອຽດ ແຜນວາດການດຳເນີນງານທີ່ຝ່າຍລາວ ໄດ້ສົ່ງໃຫ້ແລ້ວ.
3. ປະສານກັບ ຕມ ຂອງໄທ ເພື່ອແຈ້ງແບບຢ່າງໃບອະນຸຍາດຢັ້ງຢືນການເດີນທາງກັບຄືນປະເທດຂອງຜູ້ອອກແຮງງານລາວ ເພື່ອໄປດໍາເນີນການຂໍໜັງສືຜ່ານແດນ ຢູ່ ສປປ ລາວ ໃຫ້ເຈົ້າໜ້າທີ່ ຕມ ປະຈຳແຕ່ລະດ່ານລາວ-ໄທ ຊາບ ເພື່ອອຳນວຍຄວາມສະດວກໃຫ້ແກ່ແຮງງານ ໂດຍບໍ່ໃຫ້ມີການປັບໄໝ.
ພ້ອມນີ້, ທ່ານຫົວໜ້າກົມການຈັດຫາງານ ຍັງໄດ້ສະເໜີຕໍ່ຝ່າຍໄທ ໃຫ້ອໍານວຍຄວາມສະດວກໃນການອະນຸມັດໂກຕ້າ (Labour Demand) ນໍາເຂົ້າແຮງງານຕ່າງປະເທດ ແລະ ການອະນຸມັດວີຊາ (Calling VISA) ໃຫ້ວ່ອງໄວຂຶ້ນກວ່າເກົ່າ ເພື່ອເປັນການອໍານວຍຄວາມສະດວກໃຫ້ແຮງງານລາວໄດ້ໄປເຮັດວຽກຢູ່ປະເທດໄທຢ່າງຖືກຕ້ອງຕາມກົດໝາຍ ເພາະໃນໄລຍະຜ່ານມາແມ່ນໃຊ້ເວລາດົນຫຼາຍ ຊຶ່ງມີຜົນກະທົບຕໍ່ນາຍຈ້າງໄທ ແລະ ແຮງງານເອງ, ເຮັດໃຫ້ແຮງງານກັບໄປນໍາໃຊ້ຊ່ອງທາງ ການໄປເຮັດວຽກຢູ່ປະເທດໄທ ແບບບໍ່ຖືກຕ້ອງຕາມກົດໝາຍ.
ຕໍ່ກັບການສະເໜີຂອງທ່ານຫົວໜ້າກົມການຈັດຫາງານ ຂອງ ສປປ ລາວ, ທາງກົມການຈັດຫາງານ ແຫ່ງ ຣາຊະອານາຈັກໄທ ຍິນດີໃຫ້ການຮ່ວມມື ແລະ ສະເໜີໃຫ້ຝ່າຍລາວສົ່ງເນື້ອໃນລະອຽດເພື່ອໃຫ້ຝ່າຍໄທອອກແຈ້ງການໃຫ້ນາຍຈ້າງໄທ ແລະ ແຮງງານລາວ ຊາບໂດຍໄວ. ພ້ອມນີ້ ກົມການຈັດຫາງານແຫ່ງ ຣາຊະອານາຈັກໄທ ຍັງໄດ້ແຈ້ງໃຫ້ຊາບຕື່ມວ່າ ມາຮອດປະຈຸບັນມີແຮງງານລາວທີ່ເຂົ້າມາເຮັດວຽກຢູ່ປະເທດໄທຕາມລະບົບ MOU ແລະ ມາຂຶ້ນທະບຽນຕາມມະຕິຄະນະລັດຖະມົນຕີຂອງໄທ ລວມທັງໝົດ 200.000 ກວ່າຄົນ.
ຂ່າວ: ຮສສ