ຈັດຕັ້ງປະຕິບັດຕາມແຜນການວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ໃນໄລຍະປີ 2021-2023 ກໍຄື ການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມໃຫ້ຫຼຸດລົງເທື່ອລະກ້າວ ພະແນກ ປກສ ເມືອງຄຳ ແຂວງຊຽງຂວາງ ໄດ້ເລັ່ງສຸມໃສ່ການແກ້ໄຂວຽກງານ ວິຊາສະເພາະ ລົງແກ້ໄຂກຸ່ມລັກລອບພົວພັນ ມົ່ວສຸມຢາເສບຕິດ ໃນທົ່ວເມືອງຄຳ ສາມາດມ້າງຄະດີທີ່ພົວພັນຢາເສບຕິດ ໄດ້ຈຳນວນ 7 ລາຍ ກັກຕົວຜູ້ກະທຳຜິດໄດ້ຈຳນວນ 9 ຄົນ ຍິງ 1 ຄົນ ຄື:
1.ທ້າວ ດົງ ອາຍຸ 30 ປີ ຢູ່ບ້ານພູສັນ ເມືອງແປກ ແຂວງຊຽງຂວາງ , 2.ນາງ ສົມເພັດ ທອງຄຳ ອາຍຸ 27 ປີ ຢູ່ບ້ານຍອດເກື້ອ , 3.ທ້າວ ຄຳ 30 ປີ ບ້ານໄຂ່ວຽງ
4.ທ້າວ ໄມ ບຸນຕີ 40 ປີ ບ້ານແກ້ວເລິກ , 5.ທ້າວ ໄມ ວິປັນຍ 28 ປີ ບ້ານລ່ອງປິວ , 6.ທ້າວ ເພງ ພໍແສງ ອາຍຸ 35 ປີ ບ້ານນາຍອງ , 7.ທ້າວ ຄູນໄຊ 35 ປີ ບ້ານໝອກ , 8.ທ້າວ ຄຳ ອາຍຸ 20 ປີ ບ້ານສົ້ນຂົວ ເມືອງຫົວເມືອງ ແຂວງຫົວພັນ , 9.ທ້າວ ສຸພີ 26 ບ້ານນ້ຳຊົງ ເມືອງປາກລາຍ ແຂວງໄຊຍະບູລີ
ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມຂອງກາງຢາເສບຕິດ ປະເພດຢາບ້າ ຈຳນວນ 552 ເມັດ ລົດຈັກ 4 ຄັນ ປືນປະກອບສ້າງ 1 ກະບອກ ໂທລະສັບ 4 ໜ່ວຍ ແລະ ເງິນກີບໃນທະນາຄານຈຳນວນໜຶ່ງ ເພື່ອດຳເນີນການສອບສວນ.
ຜ່ານການສອບສວນ ພວກກ່ຽວໃຫ້ການສາລະພາບວ່າ ໄດ້ມີການເຄື່ອນໄຫວພົວພັນຂົນສົ່ງ ຄ້າຂາຍ ແລະ ມີຢາເສບຕິດມີໄວ້ຄອບຄອງແທ້ ດັ່ງນັ້ນ ເຈົ້າໜ້າທີ່ຈຶ່ງດຳເນີນຄະດີຕາມລະບຽບກົດໝາຍ.