ວັນທີ 21 ກັນຍາ 2022 ນີ້, ກອງບັນຊາການ ປກສ ແຂວງສະຫວັນນະເຂດ ທຳລາຍບັ້ງໄຟດອກຢູ່ທີ່ສູນດັດສ້າງຫຼັກ 33 ໂດຍມີ ພັທ ໃຈເພັດ ສີຫາຣາຊ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ມີຄະນະຫ້ອງ, ຄະນະພະແນກ, ພະນັກງານວິຊາສະເພາະ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພັທ ໃຈເພັດ ສີຫາຣາຊ ກ່າວວ່າ: ໂດຍປະຕິບັດຕາມທິດຊີ້ນຳຂອງບັນຊາການ ປກສ ແຂວງສະຫວັນນະເຂດ ກໍຄື: ຄໍາສັ່ງເລກທີ 27/ນຍ, ລົງວັນທີ 5 ຕຸລາ 2021 ວ່າດ້ວຍການເພີ່ມທະວີສະກັດກັ້ນ ແລະ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ຄໍາສັ່ງຂອງທ່ານ ເຈົ້າແຂວງສະຫວັນນະເຂດ ສະບັບເລກທີ 1600/ຈຂ. ສຂ, ລົງວັນທີ 05 ພະຈິກ 2012 ກ່ຽວກັບການເກັບກູ້ອາວຸດລ່າເນື້ອ, ທາດແຕກ, ມີດ, ງ້າວ, ເຄື່ອງຊອດໄຟຟ້າ, ບັ້ງໄພດອກ ແລະ ອຸປະກອນອື່ນໆ ທີ່ເປັນອັນຕະລາຍໃຫ້ສັງຄົມ ເພື່ອເປັນການຈັດຕັ້ງຜັນຂະຫຍາຍຫັນເປັນແຜນການລະອຽດຂອງຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໃນວຽກງານອາຊີບ-ພາຫະນະພິເສດ, ຜູ້ປະກອບການທີ່ມີຄວາມສ່ຽງຕໍ່ຄວາມສະຫງົບ, ເວົ້າສະເພາະການຄຸ້ມຄອງທາດແຕກ ແລະ ອຸປະກອນທີ່ຕ້ອງຫ້າມແລະອື່ນໆ ທີ່ກຸ່ມຄົນບໍ່ຫວັງດີທີ່ນຳໃຊ້ເຂົ້າໃນການກໍ່ເຫດສ້າງຄວາມບໍ່ສະຫງົບ, ກໍ່ອາຊະຍາກຳ, ປຸ້ນຈີ້ຊິງຊັບ ແລະ ອື່ນໆທີ່ເປັນການທຳລາຍການພັດທະນາເສດຖະກິດ-ສັງຄົມ, ຄວາມບໍ່ສະຫງົບ-ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມທີ່ໄດ້ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນການເຄື່ອນໄຫວບໍ່ດີ ເຊັ່ນ: ການທຳມາຫາກິນບໍ່ຖືກຕ້ອງຕາມລະບຽບກົດໝາຍ, ການຄ້າຂາຍເຖື່ອນເປັນຈຳນວນຫຼວງຫຼາຍຢູ່ໃນແຕ່ລະເມືອງ.
ສໍາລັບເຄື່ອງທີ່ນໍາມາທຳລາຍໃນຄັ້ງນີ້, ມີບັ້ງໄຟດອກຈຳນວນທັງໝົດ 8.624 ລູກ, ມີ 176 ແພັກ ແລະ ໜຶ່ງແພັກມີ 49 ລູກ ທີ່ໄດ້ທຳລາຍຖິ້ມ.