ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ: ໃນລະຫວ່າງທ້າຍເດືອນມິຖຸນາ ຫາ ເດືອນສິງຫາ 2022ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ມີກຸ່ມຄົນບໍ່ດີມົ້ວສຸມຢາເສບຕິດຢູ່ເຂດບ້ານຫ້ວຍລອງເກົ່າ, ບ້ານຈຽງແລ, ບ້ານຕາປ້າວ-ດອຍປອຍ ແລະ ເຂດບ້ານຫົວຂົວ. ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງພະນັກງານ ລົງໄປກວດກາ ແລະ ສາມາດກັກຕົວພວກຖືກຫາໄດ້ 6 ຄົນ ຍິງ 1 ຄົນ ພ້ອມຂອງກາງຢາບ້າ 96 ເມັດ ແລະ ຢາຝິ່ນ 7 ກຼາມ.
ໃນນັ້ນ, ຢຶດໄດ້ຈາກ ທ້າວ ເຈີ ໂຊ ອາຍຸ 37 ປີ ຈຳນວນ 3 ເມັດ, ທ້າວ ເທີແຢະ ອາຍຸ 40 ປີ ແລະ ນາງ ອີຊູ ອາຍຸ 70 ປີ ພ້ອມຂອງກາງຢາຝິ່ນຈຳນວນ 7 ກຼາມ, ທ້າວ ໝີ່ມີ່ ອາຍຸ 30 ປີ 90 ເມັດ, ທ້າວ ໄມ່ທອງ ອາຍຸ 27 ປີ ຈໍານວນ 3 ເມັດ ແລະ ທ້າວ ວຽງໄຊ ອາຍຸ 32 ປີ ຈຶ່ງໄດ້ກັກຕົວມາດໍາເນີນການ ສອບສວນ.
ພວກກ່ຽວ ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າ ແລະ ຢາຝິ່ນ ທີ່ທາງເຈົ້າໜ້າທີ່ກວດກາພົບເຫັນຢູ່ໃນຕົນຕົວ, ຢູ່ຊ່ອງຢາສູບ ແລະ ກວດຄົ້ນເຫັນຢູ່ໃນເຮືອນນັ້ນແມ່ນຂອງພວກກ່ຽວແທ້; ເຊິ່ງຢາເສບຕິດ (ປະເພດຢາບ້າ ແລະ ຢາຝິ່ນ) ດັ່ງກ່າວນີ້ແມ່ນໄດ້ພົວພັນຊື້-ຂາຍນຳຄູ່ຮ່ວມຂະບວນການ ດຽວກັນຢູ່ເມືອງສິງ ແລະ ເມືອງ ລອງ ຈຸດປະສົງ : ແມ່ນຊື້ມາເພື່ອ ໄວ້ເສບ ແລະ ຂາຍຍ່ອຍ.
ປັດຈຸບັນ, ຜູ້ຖືກຫາທັງ 6 ຄົນ ແລະ ຂອງກາງຢາເສບຕິດແມ່ນໄດ້ສົ່ງໃຫ້ພະແນກທີ່ກ່ຽວຂ້ອງ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ສືບຕໍ່ຂະຍາຍຜົນຫາ ກຸ່ມແກ້ງຄູ່ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍ.