ເກີດແຜ່ນດິນໄຫວ​ ແຮງສັ່ນສະເທືອນ​ 3.4 ຣິກເຕີ​ ຢູ່ເມືອງ​ຍອດ​ອູ​ ແຂວງຜົ້ງສາລີ

    0
    116

    ເກີດແຜ່ນດິນໄຫວ​ ແຮງສັ່ນສະເທືອນ​ 3.4 ຣິກເຕີ​ ຢູ່ເມືອງ​ຍອດ​ອູ​ ແຂວງຜົ້ງສາລີລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 30 ກັນຍາ 2022, ເວລາ 03:40 ໂມງ​ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃຫ້ຮູ້ວ່າ: ໃນຂອບເຂດທົ່ວປະເທດ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດ ຈຳນວນ 01

    ຄັ້ງ, ໃນບໍລິເວນ ແຂວງ ຜົ້ງສາລີ ລາຍລະອຽດຂອງການ ເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

    1. ໃນເວລາ 03:40:52 ຂອງໂມງທ້ອງຖິ່ນ​ ຂອງວັນທີ​ 30​ ກັນຍາ​ 2022​ ນີ້​ ໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 21.973ºN ແລະ​ ເສັ້ນແວງທີ່ 101.691°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ

    10 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ຍອດອູ ແຂວງ ຜົ້ງສາລີ.​ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຍອດອູ ປະມານ 20 KM​ ແລະ​ ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.