ອົດສະຕຣາລີ ຊ່ວຍເຫລືອວັກຊີນກັນໂຄວິດ-19 ສຳລັບເດັກຂປລ.ໃນວັນທີ 28 ກັນຍາ ຜ່ານມາ, ຄະນະຜູ້ແທນຈາກ ກະຊວງສາທາລະນະສຸກ, ກະຊວງສຶກສາທິການ ແລະ ກິລາ, ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ, ລວມທັງອົງການອຸຍນີເຊັບ ປະ ຈຳ ສປປ ລາວ ໄດ້ລົງເຄື່ອນໄຫວຢ້ຽມຢາມໂຮງຮຽນປະຖົມສຶກສາ ຢູ່ນະຄອນຫລວງ
ວຽງຈັນ ທີ່ໄດ້ກຳນົດນຳໃຊ້ເປັນຈຸດສັກວັກຊີນ ກັນພະຍາດໂຄວິດ-19 ສຳລັບເດັກນ້ອຍອາຍຸ 5-11 ປີໂດຍນຳໃຊ້ວັກຊີນໄຟເຊີ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກລັດຖະບານ ອົດສະຕຣາລີ ເກືອບ 500.000 ໂດສ. ວັກຊີນຈຳນວນດັ່ງກ່າວ ແມ່ນໄດ້ສະໜອງໃຫ້ ສປປ ລາວ ເພີ່ມຕື່ມພາຍຫລັງການຊ່ວຍເຫລືອວັກຊີນ ໄຟເຊີ ແລະ ແອັສຕຣາ-ເຊນິກາ ຫລາຍກວ່າໜຶ່ງລ້ານໂດສ ໂດຍລັດຖະບານອົດສະຕຣາລີ ໃນຕົ້ນປີທີ່ຜ່ານມາ.
ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ລັດຖະ ບານ ສປປ ລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານອົສຕຣາລີ ສຳລັບການປະກອບສ່ວນອັນລໍ້າຄ່ານີ້ ຕໍ່ຂະບວນການສັກວັກຊີນກັນພະຍາດ ໂຄວິດ-19 ໃນ ສປປ ລາວ. ກ່ຽວກັບຄວາມປອດໄພ ແລະ ປະສິດທິຜົນ ຂອງບັນດາວັກຊີນກັນ
ພະຍາດ ໂຄວິດ-19 ທັງໝົດທີ່ນຳໃຊ້ຢູ່ໃນ ສປປ ລາວ ໃນປັດຈຸບັນ ແມ່ນໄດ້ຮັບການຮັບຮອງຈາກກະຊວງສາທາລະນະສຸກ ຂອງ ສປປ ລາວ.
ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ກ່າວວ່າ: ລັດຖະບານແຫ່ງ ສປປ ລາວ ກໍໄດ້ມີການເພີ່ມທະວີຄວາມເອົາໃຈໃສ່ ປຸກ
ລະດົມຂະບວນການສັກວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ເດັກນ້ອຍ ໂດຍສະເພາະເດັກນັກຮຽນ ເພື່ອສ້າງພູມຄຸ້ມກັນເພີ່ມຕື່ມຈາກພະຍາດດັ່ງກ່າວເເກ່ ນັກຮຽນ, ພົນລະເມືອງລາວ ແລະ ຜູ້ດຳລົງຊີວິດຢູ່ ສປປ ລາວ ທຸກຄົນ.
ຂະນະທີ່ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ກໍໄດ້ກ່າວວ່າ: ສາຍພົວພັນຮ່ວມມື ລະຫວ່າງ ອົດສະຕຣາລີ ເເລະ ສປປ ລາວ ໃນໄລຍະການລະບາດຂອງພະຍາດ ໂຄວິດ-19. ອົສຕຣາລີ ມຸ່ງໝັ້ນທີ່ຈະສືບຕໍ່ໃຫ້ການຊ່ວຍເຫລືອເເກ່ ສປປ ລາວ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນຈາກການລະບາດຂອງພະຍາດ ໂຄ
ວິດ-19. ໃນປີນີ້, ອົສຕຣາລີ ແລະ ສປປ ລາວ ກໍໄດ້ສະເຫລີມສະ ຫລອງ ຄົບຮອບ 70 ປີ ຂອງການພົວພັນດ້ານການທູດ ລາວ-ອົສຕຣາລີ ແລະ ໄດ້ໃຫ້ຄໍາໝັ້ນສັນຍາຈະສືບຕໍ່ໃຫ້ການຊ່ວຍເຫລືອ ແກ່ການພັດທະນາຂອງ ສປປ ລາວ.
ໃນລະຫວ່າງປີ 2020 ຫາ 2023, ອົດສະຕຣາລີ ໄດ້ລະດົມທຶນຊ່ວຍເຫລືອກວ່າ 22 ລ້ານໂດລາອົດສະຕຣາລີ ເພື່ອສະໜັບສະໜູນລັດຖະບານເເຫ່ງ ສປປ ລາວ ໃນການຮັບມືກັບການລະບາດຂອງພະຍາດໂຄວິດ-19 ເເລະ ການສະໜອງການເຂົ້າເຖິງວັກຊີນທີ່ປອດໄພ ແລະ ມີປະສິດທິຜົນ ໃຫ້ກັບປະ ຊາຊົນລາວ. ນອກຈາກນັ້ນ, ອົດສະຕຣາລີ
ຍັງໃຫ້ການຊ່ວຍເຫລືອດ້ານເຕັກນິກ ເພື່ອສະໜັບສະໜູນການຈັດສົ່ງວັກຊີນໂດຍຜ່ານອົງການອຸຍນີເຊັບ, ອົງການອະນາໄມໂລກ ແລະ ບັນດາອົງການຈັດຕັ້ງ ທີ່ບໍ່ສັງ ກັດລັດຖະບານ(NGO), ພ້ອມຍັງໄດ້ໃຫ້ຄຳແນະນຳດ້ານສຸຂະພາບຈາກ ຜູ້ຊ່ຽວຊານຈາກສະຖາບັນຕ່າງໆຂອງປະເທດ ອົດສະຕຣາລີ ເພື່ອເສີມສ້າງຄວາມເຂັ້ມແຂງ ຂອງຂະບວນການສັກວັກຊິນຂອງ ສປປ ລາວ.
(ຂ່າວ-ພາບ: ອຸຍນີເຊັບ)