ເຈົ້າໜ້າທີ່ວິຊາສະເພາະ ແຂວງອຸດົມໄຊ ທໍາລາຍປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດ

    0
    81

    ເຈົ້າໜ້າທີ່ວິຊາສະເພາະ ແຂວງອຸດົມໄຊ ທໍາລາຍປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດ ວັນທີ 30 ກັນຍາ 2022 ນີ້, ພະແນກຕຳຫລວດຈະລາຈອນ ກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ທຳລາຍແຜ່ນປ້າຍພາຫານະທຸກປະເພດທີ່ຫັກ, ຂາດ, ເປ່ເພ ແລະ ໃຊ້ການບໍ່ໄດ້,

    ເພື່ອຄວາມເປັນລະບຽບຮຽບຮ້ອຍຕໍ່ພາຫະນະທຸກປະເພດ ແລະ ສະກັດກັ້ນບັນຫາຫຍໍ້ທໍ້ຕ່າງໆ; ໂດຍປະຕິບັດຕາມຂໍ້ຕົກລົງຂອງກອງບັນຊາການ ປກສ ແຂວງອຸດົມໄຊ ສະບັບເລກທີ 665/ປກສ.ອຊ, ລົງວັນທີ 9 ກັນຍາ 2022 ວ່າດ້ວຍການທຳລາຍແຜ່ນປ້າຍພາຫານະທຸກປະເພດທີ່ຫັກ, ຂາດ, ເປ່ເພ ແລະ ໃຊ້ການບໍ່ໄດ້.

    ການທຳລາຍໂດຍເຂົ້າຮ່ວມຂອງທ່ານ ພັທ ໄຊສະໝອນ ເຈີບົວແພງ ຄະນະພັກ ຮອງຫ້ອງຕໍາຫລວດ ຜູ້ຊີ້ນຳວຽກງານພະແນກຕຳຫລວດຈະລາຈອນ ແລະ ມອດໄຟ ປກສ ແຂວງອຸດົມໄຊ ພ້ອມຜູ້ຕ່າງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ເຈົ້າໜ້າທີ່ວິຊາສະເພາະ ແຂວງອຸດົມໄຊ ທໍາລາຍປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດ ເຈົ້າໜ້າທີ່ວິຊາສະເພາະ ແຂວງອຸດົມໄຊ ທໍາລາຍປ້າຍພາຫານະທີ່ໃຊ້ການບໍ່ໄດ້ທຸກປະເພດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.