ເຫດສະລົດວົງການບານເຕະໃນອິນໂດເນເຊຍ ແຟນບານກໍ່ເຫດຕີກັນມີຜູ້ເສຍຊີວິດ 100 ກວ່າຄົນ

    0
    86

    ເກີດເຫດເສົ້າສະລົດຄັ້ງໃຫຍ່ໃນວົງການບານເຕະລີກຂອງປະເທດ ອິນໂດເນເຊຍ ເມື່ອແຟນບານທີມເຈົ້າບ້ານຂອງ ອາເຣມາ ເອັຟຊີ ກໍ່ເຫດຕີກອງເຊຍຝ່າຍກົງກັນຂ້າມຄື ທີມເປີເຊບາຢາ ສຸຣາບາຢາ ຫຼັງນັດທີ່ທີມເສຍຄາບ້ານດ້ວຍຄະແນນ 2-3 ເມື່ອວັນທີ 1 ຕຸລາ 2022 ຈົນເຮັດໃຫ້ມີຜູ້ເສຍຊີວິດ 127 ຄົນໃນນັ້ນມີແຟນບານ, ເຈົ້າໜ້າທີ່ຕໍາຫຼວດ ແລະ ເດັກນ້ອຍ.

    ຕາມການລາຍງານຂອງສື່ໃນປະເທດອິນໂດເນເຊຍ ລາຍງານວ່າເຊິ່ງເຫດການດັ່ງກ່າວເຮັດໃຫ້ມີແຟນບານຕ້ອງໜີເອົາຕົວລອດ, ບາງຄົນເຖິງຂັ້ນຖືກຢຽບ ແລະ ຖືກບຽດຈົນຫາຍໃຈບໍ່ອອກ ໂດຍມີການເສຍຊີວິດໃນທີ່ເກີດເຫດທັນທີ 34 ຄົນ, ສ່ວນທີ່ເຫຼືອແມ່ນສົ່ງໄປໂຮງໝໍ ກ່ອນຈະເສຍຊີວິດ.

    ຈາກກໍລະນີດັ່ງກ່າວ ທ່ານ ອັກໝັດ ຮາດ້ຽນ ລູກິຕ່າ ປະທານລີກບານເຕະຂອງ ອິນໂດເນເຊຍ ( LIB ) ອອກມາຖະແຫຼງການວ່າ: “ ພວກເຮົາຕົກໃຈ ແລະ ເສຍໃຈຢ່າງສຸຸດຊື້ງເຖິງເຫດການທີ່ເກີດຂຶ້ນ, ພວກເຮົາຂໍສະແດງຄວາມເສຍໃຈ ແລະ ຫວັງວ່າມັນຈະເປັນບົດຮຽນລາຄາແພງສໍາລັບພວກເຮົາ ”.

    ຫຼ້າສຸດ ສະມາຄົມບານເຕະອິນໂດເນເຊຍ ( PSSI ) ປະກາດເລື່ອນການແຂ່ງຂັນລີກໃນປເທດອອກໄປຢ່າງໜ້ອຍ 1 ອາທິດ ແລະ ໃນລະດູການນີ້ ອາເຣມາ ເອັຟຊີ ຈະຖືກລົງໂທດບໍ່ໃຫ້ລົງແຂ່ງຂັນໃນບ້ານຂອງຕົວເອງອີກຕໍ່ໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.