ອີງຕາມການລາຍງານຂອງເຈົ້າໜ້າທີ່ຕຳຫລວດ ກອງບັນຊາການ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ໃນວັນທີ 15 ກັນຍາ 2022 ຜ່ານມາ, ໄດ້ມີປະຊາຊົນ ບ້ານທາດ ເມືອງໂພນໂຮງ ແຂວງວຽງຈັນ ພົບເຫັນຊາກສົບຄົນເສຍຊີວິດ ( ບັນຈຸໃສ່ໃນເປົາ) ຖິ້ມລົງນໍ້າລີກຂອບເຂດບ້ານຂາມ ເມືອງໂພນໂຮງ. ຫລັງຈາກນັ້ນ, ໄດ້ແຈ້ງຫາເຈົ້າໜ້າທີ່
ຕຳຫລວດວິຊາສະເພາະກອງບັນຊາການ ປກສ ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ຕຳຫລວດ ນິຕິວິທະຍາ ປກສ ເມືອງໂພນໂຮງ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊັນນະສູດ
ຊາກສົບ ແລະ ສະຖານທີ່ເກີດເຫດ ຈື່ງໄດ້ຮູ້ວ່າ ຊາກສົບຜູ້ເສຍຊີວິດ ຊື່ ທ້າວ ຕູຫາຍຢ່າງ, ອາຍຸ 37 ປີ, ເຊື້ອຊາດ-ສັນຊາດຈີນ, ຜູ້ກ່ຽວມາດຳເນີນທຸລະກິດຢູ່ໂຮງງານຫລອມເຫລັກ ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ປັດຈຸບັນເຈົ້າທີ່ຕໍາຫລວດ ປກສ ແຂວງວຽງຈັນໄດ້ມອບຊາກສົບດັ່ງກ່າວໃຫ້ກົມນິຕິວິທະຍາ ກົມໃຫຍ່ຕຳຫລວດ ກະຊວງ ປກສ ນຳໄປເກັບຮັກສາໄວ້ ພ້ອມທັງພົວພັນຫາຍາດພີ່ນ້ອງຂອງຜູ້ເສຍຊີວິດ, ສ່ວນສາເຫດການຄາດຕະກຳຕົວ ຍັງຢູ່ໃນຂັ້ນຕອນການສືບສວນ-ສອບສວນຂອງເຈົ້າໜ້າທີ່
ຂໍ້ມູນຂ່າວ: ປກສ ແຂວງວຽງຈັນ