ການລັກຊັບພົນລະເມຶອງເກີດຂຶ້ນຫຼາຍ ທຸກຄົນຄວນມີສະຕິໃນການເກັບຮັກສາຊັບສິນຂອງຕົນໃຫ້ດີ

    0
    74

    ປັດຈຸບັນ, ບັນຫາລັກຊັບພົນລະເມືອງ ຍັງສືບຕໍ່ພົ້ນເດັ່ນຢູ່ໃນສັງຄົມ ໃນແຕ່ລະວັນຈະມີກຸ່ມຄົນບໍ່ດີຈໍານວນໜຶ່ງຕັ້ງກັນເປັນກຸ່ມແກ້ງ ໃຊ້ຍານພາຫະນະ ເລາະເຄື່ອນໄຫວລັກຊັບ, ເຊິ່ງພົ້ນເດັ່ນໃນປັດຈຸບັນແມ່ນບັນຫາລັກລົດຈັກ ໂດຍສ່ວນຫຼາຍມັກພົບເຫັນຕາມກ້ອງວົງຈອນປິດທີ່ບັນທຶກໄວ້ໄດ້ກ່ຽວ ກັບກຸ່ມ ຄົນບໍ່ດີເຄື່ອນໄຫວລັກລົດຈັກ.

    ໃນໄລຍະເດືອນຜ່ານມາ, ຢູ່ໃນສັງຄົມ ມີປະກົດການລັກຊັບເກີດຂຶ້ນເປັນຈໍານວນຫຼາຍ ບໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ຫຼື ບັນດາແຂວງຕ່າງໆໃນທົ່ວປະເທດ ຈະເຫັນກຸ່ມຄົນບໍ່ດີເຄື່ອນໄຫວເປັນກຸ່ມແກ້ງ ມີທັງຍິງ ແລະ ຊາຍ ກໍ່ເຫດລັກລົດຈັກ, ເຊິ່ງການລັກຂອງພວກເຂົາໃນປັດຈຸບັນນີ້ ມີຫຼາຍຮູບແບບ ແລະ ທັນສະໄໝຂຶ້ນກວ່າເກົ່າ ໂດຍໃຊ້ອຸປະກອນທີ່ທັນສະໄໝເຂົ້າໃນການລັກ ເຊັ່ນ: ກະແຈໂຕເຕໃຊ້ ເພື່ອມ້າງຮູກະລົດ, ຄີມຕັດເລັກ, ຄອນຕີ ແລະອື່ນໆ.

    ໃນທ້າຍເດືອນກຸມພາ 2022 ຜ່ານມາ, ປກສ ກຸ່ມໜອງໜ້ຽວ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ສາມາດຈັບຕົວກຸ່ມເຄື່ອນໄຫວລັກລົດ ຈັກໄດ້ 2 ຄົນ ຊື່ທ້າວ ມານັດ ແລະ ທ້າວ ອຸດສາ ທັງສອງຢູ່ບ້ານໜອງແຕ່ງໃຕ້ ພ້ອມຂອງກາງລົດຈັກ 2 ຄັນ ແລ້ວມອບໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ; ຜ່ານການ

    ສອບສວນຂະຫຍາຍຜົນຂອງເຈົ້າໜ້າທີ່ ມີຂໍ້ມູນຫຼັກຖານໃໝ່ນຳຈັບຜູ້ຮ່ວມຂະບວນການດຽວກັນໄດ້ອີກ 12 ຄົນ ຍິງ 3 ຄົນ ພ້ອມເກັບກູ້ລົດຈັກທີ່ຄົນຮ້າຍລັກໄປມາໄດ້ 3 ຄັນ; ຜ່ານການສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ຜູ້ຖືກຫາ 12 ຄົນ ມີການພົວ ພັນຮ່ວມກັນລັກລົດຈັກແທ້; ເຊິ່ງເຮັດເປັນຂະບວນມີຫົວໂປ່ໂຕການ, ມີຜູ້ປະຕິບັດ, ມີຜູ້

    ຍຸຍົງ ແລະ ຜູ້ສົມຮູ້ຮ່ວມຄິດເຄື່ອນໄຫວຫາລັກຢູ່ນະຄອນ ຫຼວງວຽງຈັນ ໂດຍນຳໃຊ້ອຸປະກອນກະແຈໂຕເຕ, ເປົ້າໝາຍໃນການລັກແມ່ນລົດຈັກ ແລະ ລັກໄດ້ທັງໝົດ 26 ຄັນ ພາຍຫຼັງໄດ້ລົດມາໄດ້ກໍເອົາໄປຂາຍ ເພື່ອເອົາເງິນມາໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ; ນອກຈາກນີ້, ຍັງມີຫຼາຍເຫດການທີ່ກອງບັນທຶກໄວ້ໄດ້ກ່ຽວກັບການເຄື່ອນໄຫວລັກລົດຈັກ ແຕ່ເຈົ້າໜ້າທີ່ກ່ຽວຂອງຍັງບໍ່ສາມາດຈັບຕົວກຸ່ມຄົນດັ່ງກ່າວໄດ້ໝົດເທື່ອ.

    ຕາມການສອບສວນຜພວກຖືກຫາທີ່ເຄື່ອນໄຫວລັກລົດຈັກຂອງເຈົ້າໜ້າທີ່ ສາມາດຮູ້ໄດ້ວ່າ ສາເຫດຫຼັກທີ່ເຮັດໃຫ້ພວກເຂົາເຄື່ອນໄຫວລັກລົດຈັກ ສ່ວນຫຼາຍແມ່ນເກີດຈາກຄວາມຕ້ອງການຢາກໄດ້ເງິນມາໃຊ້ຈ່າຍຫຼິ້ນກິນຟຸມເຟືອຍ, ຕິດການພະນັນ, ຕິດຢາເສບຕິດ, ເກີດຈາກຄວາມໂລບມາກໂລພາ, ເກີດຈາກການດໍາລົງຊີວິດໃນຄອບຄົວທີ່ບໍ່

    ຄ່ອຍດີ, ເກີດຈາກແນວຄິດຂີ້ຄ້ານອອກແຮງງານຫາເງິນເປັນຕົ້ນ; ສ່ວນວ່າວິທີການລັກຂອງພວກເຂົາໃນເບື້ອງຕົ້ນ, ພວກເຂົາຈະຍ່າງເລາະລັກລົດຈັກ ເມື່ອພົບເຫັນລົດຄັນໃດທີ່ເປັນເປົ້າໝາຍລັກ ກໍຈະວາງແຜນລັກເອົາ ເມື່ອໄດ້ລົດມາແລ້ວກໍໃຊ້ລົດ ຄັນທີ່ລັກເຄື່ອນໄຫວລັກເພີ່ມອີກ ໂດຍໃຊ້ອຸປະກອນເສີມເຂົ້າໃນການລັກ.

    ບັນຫາລັກລົດຈັກແມ່ນປະກົດການຫຍໍ້ທໍ້ໜຶ່ງທີ່ເກີດຂຶ້ນຢ່າງແຜ່ຫຼາຍ ແລະ ພວມພົ້ນເດັ່ນທີ່ສຸດໃນສັງຄົມ ມັນໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຈົ້າຂອງຊັບເປັນຈໍານວນຫຼວງຫຼາຍ ແລະ ຍາກທີ່ຈະໄດ້ກັບຄືນມາເມື່ອຖືກລັກໄປ; ສະນັ້ນ, ທຸກຄົນໃນສັງຄົມຕ້ອງມີສະຕິລະວັງຕົວ, ເອົາໃຈໃສ່ປົກປັກຮັກສາຊັບສິນຂອງຕົນເອງ ໂດຍສະເພາະແມ່ນລົດຈັກ ເພື່ອ

    ອັດຊ່ອງຫວ່າງບໍ່ໃຫ້ກຸ່ມຄົນບໍ່ດີສວຍໂອກາດລັກເອົາ ແລະ ຕ້ອງເກັບມຽນໃຫ້ດີໃນເວລາໃຊ້ວຽກ ງານແລ້ວ ແລະ ຄວນມີກະແຈສຳລອງໃສ່ ເມື່ອຈອດປະໄວ້ ຫຼື ຕິດສັນຍານກັນ

    ຂະໂມຍໃສ່ລົດຍິງເປັນການດີ ເພື່ອປ້ອງກັນບໍ່ໃຫ້ຄົນຂີ້ລັກລັກເອົາລົດ ຂອງທ່ານໄດ້ແບບງ່າຍດາຍ, ເມື່ອບັນດາທ່ານຈະໄປໃສ່ກໍຕາມບໍ່ຄວນຈອດລົດ ໄວ້ຊະຊາຍ ແລະ ບໍ່ຄວນສຽບກະແຈປະໄວ້ຢູ່ລົດ ເພາະລົດຂອງທ່ານຈະສ່ຽງຖືກລັກໄດ້ແບບງ່າຍໆ ຖ້າວ່າທຸກຄົນມີສະຕິຮັກສາລົດຈັກຂອງຕົນໃຫ້ດີເຊື່ອວ່າ ບັນຫາລັກລົດຈັກກໍຈະຫຼຸດໜ້ອຍຖອຍລົງ ແລະ ຈະບໍ່ເກີດຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.