ຄົນເກີດວັນອາທິດ:ການງານຖ້າທ່ານເຮັດການຄ້າຈະປະສົບຄວາມສຳເລັດໄດ້ເປັນຢ່າງດີ ການເງິນມັກພົບລາຍຈ່າຍທີ່ບໍ່ຄາດຝັນອາດມາໃນຮູບແບບສິ່ງທີ່ຈໍາເປັນ ຄວາມຮັກຈະໄດ້ຮັບຮູ້ຂ່າວສານຂອງຄົນຮັກທາງໂຊຊຽນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີດໍາ ເລກນຳໂຊກ4
ຄົນເກີດວັນຈັນ:ການງານ ລະວັງເຮັດເອກະສານສັນຍາທາງທຸລະກິດເກີດຄວາມຜິດພາດ ການເງິນ ພົບຜູ້ອຸປະຖຳທາງດ້ານການເງິນເປັນຢ່າງດີ ຄວາມຮັກມີໂອກາດພົບຮັກທີ່ດີ ມີຄວາມສຸກ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1
ຄົນເກີດວັນອັງຄານ:ການງານແກ້ບັນຫາສະເພາະໜ້າໄດ້ວ່ອງໄວໃນດ້ານການງານ ການເງິນມີລາຍຈ່າຍຫລາຍເປັນພິເສດ ຕ້ອງໃຫ້ຊັດເຈນໃນດ້ານການໃຊ້ຈ່າຍ ຄວາມຮັກຕ້ອງລະວັງການລະແວງຄົນຮັກ ເພາະທ່ານບໍ່ຄ່ອຍເຊື່ອໃຈຄົນຮັກ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນສີສົ້ມ ເລກນຳໂຊກ 8
ຄົນເກີດວັນພຸດ:ການງານປະສົບຄວາມສຳເລັດທາງທຸລະກິດ ທຸລະກິດໄປໄດດີຫຼາຍ ການເງິນມີໂຊກຈະໄດ້ເງິນເຂົ້າມາ ແຕ່ກໍຈະໄດ້ຈ່າຍອອກໄປເຊັ່ນດຽວກັນ ຄວາມຮັກໄດ້ພົບຮັກກັບຄົນບໍ່ຈິງໃຈຕ້ອງລະວັງການໄປມາໃຫ້ຫຼາຍ ເຄື່ອງມຸງຄຸນຫີນນໍາໂຊກສີແດງ ສີມຸງຄຸນສີເຫຼືອງ ເລກນຳໂຊກ1
ຄົນເກີດວັນພະຫັດ:ການງານອາດພົບການປ່ຽນໜ້າວຽກ ແລະ ຍົກຍ້າຍວຽກງານທີ່ບໍ່ຈໍາເປັນ ການເງິນມີໂອກາດໄດ້ເງິນກ້ອນໃຫຍ່ເຂົ້າມາ ຄວາມຮັກມີໂອກາດພົບຮັກກັບຄົນຜິວຂາວອາດມາໃນຮູບແບບໝູ່ຄູ່ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂາວ ເລກນຳໂຊກ3
ຄົນເກີດວັນສຸກ:ການງານຖ້າທ່ານຄ້າຂາຍນ້ຳຫມາກໄມ້ບຳລຸງສຸຂະພາບໄດ້ກຳໄລດີ ການເງິນຊ່ວງນີ້ຄວນໃຊ້ຄວາມປະຢັດ ຖ້າສິ່ງຂອງໃດບໍ່ຈໍາເປັນຄວາມງົດ ຄວາມຮັກກຳລັງໃຊ້ເວລາເບິ່ງໃຈກັບຄົນຮັກຢູ່ໃນຊ່ວງນີ້ ເຄື່ອງມຸງຄຸນ ເພັດສີແດງ ສີມຸງຄຸນສີແດງ ເລກນຳໂຊກ9
ຄົນເກີດວັນເສົາ:ການງານໃຊ້ຄວາມສ້າງສັນສ້າງຜົນງານອັນໂດດເດັ່ນ ການເງິນມີໂຊກອາດໄດ້ເງິນກ້ອນເຂົ້າມາໃນໄວໆນີ້ ຄວາມຮັກທ່ານບໍ່ຄວນຫຍຸ້ງກ່ຽວກັບຄົນເຈົ້າຊູ້ເພາະອາດເຮັດໃຫ້ຄວາມຮັກມີບັນຫາ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຟ້າ ເລກນຳໂຊກ 7