ອີກໜຶ່ງການສູນເສຍ ໄວ້ອາໄລ ແກ່ຕຳຫຼວດ​ກ້າຫານ​ ທີ່ເສຍສະຫຼະຊີວິດລະຫ່ວາງປະຕິບັດໜ້າທີ່

    0
    87

    ຮ່ວມໄວ້ອາໄລແດ່ ຕຳຫຼວດ​ກ້າຫານ​ ເສຍສະຫຼະຊີວິດໃນໜ້າທີ່ຕາມການລາຍງານຂອງເຈົ້າໜ້າທີ່​ ປກສ ໃຫ້ຮູ້ວ່າ: ວັນທີ 7 ຕຸລາ 2022 ນີ້ ເວລາປະມານ 6-7 ແລງ ເຈົ້າ

    ໜ້າທີນຳກຳລັງບຸກທະລາຍແກ້ງຄ້າຢາເສບຕິດ ແລະ ໄດ້ຈີ້ຄົນ ຄົນຮ້າຍມີນຳກັນ 3 ຄົນ ມີອາວຸດປືນ​ຢູ່ທີ່ບໍລິເວນ ແຖວປ່າວິກ ທາງເຂົ້າບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.​

    ໃນການປະຕິບັດໜ້າທີ່ຄັ້ງນີ້ ໄດ້ມີການປະທະກັນລະຫວ່າງເຈົ້າໜ້າທີ່ກັບຄົນຮ້າຍ ທາງເຈົ້າໜ້າທີ່ສາມາດຈັບຄົນຮ້າຍໄດ້ສອງຄົນ ແລະ ຫຼົບໜີໄປໄດ້ຄົນ 1.​

    ຈາກເຫດການປະທະກັນເຮັດໃຫ້ເຈົ້າໜ້າທີ່​ ປກສ​ ໄດ້ຮັບບາດເຈັບ 2 ຄົນ ເຈັບສາຫັດ 1 ຄົນ ແລະ ເສຍຊີວິດ 1 ຄົນ​ ເປັນການສູນເສຍເຈົ້າໜ້າທີ່ອັນເປັນກຳລັງຂອງຊາດ.​

    ຂໍສະດຸດີແກ່ວີລະກຳເຈົ້າໜ້າທີຜູ້ເສຍສະຫຼະ​ ແລະ​ ເປັນກຳລັງໃຈໃຫ້ທຸກຝ່າຍ​ ຂໍໃຫ້ທຸກສະຫາຍທີ່ໄດ້ຮັບບາດເຈັບຈົ່ງປອດໄພ. ທັງສະແດງຄວາມເສຍໃຈກັບຄອບຄົວທີ່ທີ່ສູນເສຍໃນເຫດການຄັ້ງນີ້ດ້ວຍ

    ສ່ວນລາຍລະອຽດຄະດີຫາກມີການລາຍງານຈາກເຈົ້າໜ້າທີ່​ ຈະລາຍງານໃຫ້ຊາບຕື່ມ.​ຕຳຫຼວດຜູ້ເສຍຊີວິດບ້ານເກີດຢູ່ ບ້ານໄຮ່ປາກງື່ມ ເມືອງປາກງື່ມ ນະຄອນຫຼວງວຽງຈັນ​ ໜັງສືແຈ້ງຂ່າວທີ່ຄອມເມັ້ນ.

    ຂໍ້ມູນພາບຈາກ: ນາທີຊີວິດ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.