ສາວໄປຊັດປຸງເປົ້າໝົດໄປ 80.000 ພັນກີບ ຈ່າຍເປັນເງິນໂອນ ແຕ່ໂອນຜິດເປັນ 800.000 ແສນກີບ ແຕ່ແມ່ຄ້າບໍ່ຍອມໂອນຄືນ

    0
    134

    ເອົາຈົນໄດ້! ສາວໄປຊັດປຸງເປົ້າໝົດໄປ 80.000 ພັນກີບ ຈ່າຍເປັນເງິນໂອນ ແຕ່ໂອນຜິດເປັນ 800.000 ແສນກີບ ແຕ່ແມ່ຄ້າບໍ່ຍອມໂອນຄືນ

    ເກີດກະແສດຣາມ່າຫຼັງສາວປາກເຊໄປຊັດປຸງເປົ້າ ເຊິ່ງໄດ້ໂອນເງິນຜິດ ແຕ່ເຈົ້າຂອງຮ້ານພັດບໍ່ຍອມໂອນຄືນ ແຖມຍັງຈະເອົາຄ່າໂອນຄືນ 2ແສນ ເພິ່ນເລີຍໄດ້ໂພສວ່າ: ເບິ່ງ

    ຫນັງຫນ້າມັນໄວ້ເດີ ທຸກຄົນ ຢ່າໄປຊັດຮ້ານມັນເດີ ກູບໍ່ເອົາຕຳຫລວດມາຈັບມຶງກະບຸນຫົວມຶງແລ້ວ😡ເງິນກູຕັ້ງ800.000ກີບມັນຢາກໄດ້2ແສນນຳກູຈັງຊິໂອນຄືນ ຄິດບໍ່ວ່າກູຊິຍອມ ມັນບໍ່ໄດ້ງ່າຍເດີ ແມ່ມັນນີ້

    ຝາກເປັນອຸທາຫອນໃຫ້ແກ່ສັງຄົມ ຈົ່ງລະມັດລະວັງໃນການໂອນເງິນເພາະແຄ່ພຽງປາຍນິ້ວຖ້າເຮົາບໍ່ລະວັງດີໆກໍ່ຈະເກີດແບບເຫດການນີ້ໄດ້ ຖ້າໂອນໄປຜິດແລ້ວຖືກຄົນດີຄົນງ່າຍກໍ່

    ແລ້ວໄປທຸກຢ່າງຂື້ນກັບເຮົາເອງຖ້າບໍ່ຮອບຄອບເລື້ອງແບບນີ້ກໍ່ຈະບໍ່ເກີດຂື້ນ ເພາະມັນຈະເຮັດໃຫ້ເສຍທັງເງິນ ເສຍທັງຄວາມຮູ້ສຶກ ແຕ່ທັງນີ້ທັງນັ້ນການທີ່ເປັນແມ່ຄ້າກໍ່ບໍ່ຄວນເຮັດແບບນີ້ຕ້ອງຊື່ສັດເພາະເຮັດແບບນີ້ແລ້ວມັນມີຜົນເສຍຫຼາຍກ່ວາຜົນດີ ແລະ ເປັນຫູເປັນຕາຊ່ວຍກັນຖ້າພົບເຫັນຮ້ານຄ້າເອົາປຽບລູກຄ້າແບບນີ້!

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.