ໃນເດືອນກັນຍາ 2022, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນທັງໝົດ 489 ຄັ້ງ, ສົ່ງຜົນເຮັດໃຫ້ມີຄົນໄດ້ຮັບບາດເຈັບທັງໝົດ 750 ຄົນ ແລະ ເສຍຊີວິດທັງໝົດ 62 ຄົນ, ລວມມູນຄ່າເສຍຫາຍ 7 ຕື້ກວ່າກີບ.
ເຈົ້າໜ້າທີ່ ກົມຕໍາຫຼວດຈະລາຈອນ ລາຍງານ ວ່າ:
ໃນເດືອນກັນຍາ 2022, ທົ່ວປະເທດ ມີອຸບັດຕິເຫດເກີດຂຶ້ນ 489 ຄັ້ງ, ພາຫະນະເປ່ເພເລັກໜ້ອຍ 397 ຄັນ, ສົມຄວນ 419 ຄັນ ແລະ ໃຊ້ການບໍ່ໄດ້ 15 ຄັນ, ມີຄົນບາດເຈັບເລັກໜ້ອຍ 348 ຄົນ, ສົມຄວນ 278 ຄົນ, ສາຫັດ 124 ຄົນ ແລະ ເສຍຊີວິດ 62 ຄົນ; ໃນຈໍານວນຂອງຜູ້ເສຍຊີວິດທັງໝົດນັ້ນ ສ່ວນຫຼາຍແມ່ນຜູ້ຂັບຂີ່ລົດຈັກເສຍຊີວິດ 46 ຄົນ ຍິງ 6 ຄົນ, ມີຜູ້ໂດຍສານເສຍຊີວິດ 10 ຄົນ ຍິງ 2 ຄົນ, ຄົນຍ່າງເສຍຊີວິດ 4 ຄົນ ຍິງ 1 ຄົນ.
ຕໍ່ກັບອຸບັດຕິເຫດທີ່ເກີດຂຶ້ນ ສ່ວນຫຼາຍແມ່ນເກີດຈາກຜູ້ຂັບຂີ່ເປັນຜູ້ລະເມີດກົດຈະລາຈອນ ສະແດງອອກຄື: ດື່ມສິ່ງມືນເມົາແລ້ວຂັບຂີ່ ພາໃຫ້ເກີດອຸບັດຕິເຫດ 162 ຄັ້ງ, ໃຊ້ຄວາມໄວເກີນ 67 ຄັ້ງ, ປ່ຽນທິດທາງການສັນຈອນກະທັນຫັນ 56 ຄັ້ງ, ແຊງຂຶ້ນໜ້າບໍ່ຮັບປະກັນ 21 ຄັ້ງ, ບໍ່ປ່ອຍສິດ 79 ຄັ້ງ, ລ່ວງປ້າຍຫ້າມ 8 ຄັ້ງ, ເຕັກນິກລົດບໍ່ຮັບປະກັນ 14 ຄັ້ງ ແລະອື່ນໆ 82 ຄັ້ງ.
ແຂວງທີ່ເກີດອຸບັດຕິເຫດຫຼາຍກວ່າໝູ່ ປະກອບມີ: ນະຄອນຫຼວງວຽງຈັນ ເກີດຂຶ້ນ 116 ຄັ້ງ, ແຂວງສະຫວັນນະເຂດ 62 ຄັ້ງ, ຈໍາປາສັກ 61 ຄັ້ງ, ວຽງຈັນ 39 ຄັ້ງ, ໄຊຍະບູລີ 13 ຄັ້ງ, ຫຼວງພະບາງ 29 ຄັ້ງ, ບໍລິຄໍາໄຊ 26 ຄັ້ງ, ຫຼວງນໍ້າທາ 19 ຄັ້ງ, ສາລະວັນ 24 ຄັ້ງ, ບໍ່ແກ້ວ 18 ຄັ້ງ, ແຂວງອັດຕະປື 30 ຄັ້ງ ແລະ ແຂວງອື່ນໆ.