ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະຕາບ ລາວ-ຫວຽດນາມ ໃຫ້ນາຍ ແລະ ພົນຕຳຫຼວດ ຮັບຮູ້

    0
    79

    ຫ້ອງວ່າການກະຊວງ ປກສ ຈັດຕັ້ງປາຖະກະຖາ 2 ວັນປະຫວັດສາດ ລາວ-ຫວຽດນາມ ເພື່ອເປັນການເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະຕາບ ລາວ-ຫວຽດນາມ ກໍຄື: ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ໃນວັນທີ 6 ຕຸລາ 2022

    ນີ້, ໂດຍການໃຫ້ກຽດປາຖະກະຖາສອງວັນສໍາຄັນຂອງ ພົຈວ ອານຸເດດ ຄູນຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ, ມີບັນດາຄະນະພັກ, ນາຍ ແລະ ພົນຕໍາຫຼວດອ້ອມຂ້າງຫ້ອງວ່າການກະຊວງ ປກສ ເຂົ້າຮ່ວມ.

    ພົຈວ ອານຸເດດ ຄູນຄໍາ ປາຖະກະຖາໃຫ້ຮູ້ວ່າ: ປີ 2022, ແມ່ນປີສາມັກຄີມິດຕະພາບລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ, ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ອ້າຍ

    ນ້ອງທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະການຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ, ທັງ

    ເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດ ນາມ ໃນປັດຈຸບັນ.

    ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດ ນາມ ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດມີຄວາມເລິກເຊິ່ງຂຶ້ນ; ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ, ສອງຊາດລາວ-ຫວຽດນາມ ໄດ້ ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານ

    ຜ່າທຸກອຸປະສັກທຸລະກັນດານທີ່ເຕັມໄປດ້ວຍຄວາມເສຍສະລະ ແລະ ດ້ວຍຄໍາສອນອະມະຕະຂອງປະ ທານ ໂຮ່ຈິມິນ ວ່າ: ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ, ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມ

    ສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນ້ຳໃຈສາມັກຄີສູ້ຮົບ ແລະ ນ້ຳໃຈມິດຕະພາບຖານອ້າຍນ້ອງ ລະຫວ່າງປະຊາຊົນສອງປະເທດໄດ້ຮັບການຫຼ່ໍຫຼອມຈາກການຕໍ່ສູ້ແມ່ນປັດໄຈແຫ່ງໄຊຊະນະ ຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານອັນແໜ້ນແກ່ນໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້.

    ການຄັ້ງປາຖະກະຖາຄັ້ງນີ້ ກໍເພື່ອເຮັດໃຫ້ຄະນະພັກ, ພະນັກງານຫຼັກແຫຼ່ງນາຍຕໍາຫຼວດຫ້ອງວ່າການກະຊວງໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ມູນເຊື້ອອັນສໍາຄັນສອງວັນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ແລະ ໃຫ້ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ ໃຫ້ໝັ້ນຄົງຂະນົງແກ່ນຕະຫຼອດໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.