ກຸ່ມບໍລິສັດ ກອນສິນສາກົນ ຈໍາກັດຜູ້ດຽວ ມອບເງິນຊຸກຍູ້ນັກກິລາ ປກສ 50 ລ້ານກີບ

    0
    84

    ໃນວັນທີ 12 ຕຸລາ 2022, ກຸ່ມບໍລິສັດ ກອນສິນສາກົນ ຈໍາກັດຜູ້ດຽວ ໄດ້ມອບເງິນຊຸກຍູ້ໃຫ້ນັກກິລາ ປກສ 50 ລ້ານກີບ ເພື່ອເຂົ້າຮ່ວມໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ປີ 2022, ມອບໂດຍ ທ່ານ ອາຊື ກອນສິນ ປະທານກຸ່ມບໍລິສັດ ກອນສິນສາກົນ ຈໍາກັດຜູ້ດຽວ ແລະ ກ່າວຮັບໂດຍ ພົຈວ ຄຳສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ, ໂດຍມີບັນດາຄະນະຮັບຜິດຊອບວຽກງານກິລາກະຊວງປ້ອງກັນຄວາມສະຫງົບ ເຂົ້າຮ່ວມເປັນສັກຂີພະຍານ.

    ເພື່ອເປັນການປະກອບສ່ວນຊຸກຍູ້ ໃຫ້ທັບນັກກິລາກະຊວງປ້ອງກັນຄວາມສະຫງົບ ໄດ້ກະກຽມຄວາມພ້ອມໃນການຝຶກຊ້ອມນັກກິລາ ແລະ ຈັດຊື້ອຸປະກອນຈໍາເປັນຮັບໃຊ້ເຂົ້າໃນການເຄື່ອນໄຫວວຽກງານກິລາ ປກສ ໃນບັ້ນການແຂ່ງຂັນກິລາແຫ່ງຊາດຄັ້ງນີ້, ທັງເປັນກໍາລັງໃຈໃຫ້ແກ່ ນັກກິລາ ແລະ ຄະນະຄູຝຶກ ໃນການກະຕຸ້ນສົ່ງເສີມໃຫ້ນັກກິລາ ປກສ ທຸກປະເພດທີ່ສົ່ງເຂົ້າແຂ່ງຂັນໃຫ້ສາມາຍາດໄດ້ໄຊຊະນະ, ຍາດໄດ້ຫຼາຍຫຼຽນຄຳ ມາໃຫ້ກະຊວງປ້ອງກັນຄວາມສະຫງົບ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.