ກອງບັນຊາການທະຫານແຂວງຄໍາມ່ວນ ຕ້ອນຮັບຄະນະປະຕິບັດງານພິເສດ 589 ສສ ຫວຽດນາມ
ຂປລ. ແຫລ່ງຂ່າວຈາກແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນວັນທີ 11 ຕຸລາ 2022 ນີ້, ຢູ່ຫລັກໝາຍຊາຍແດນ 528 ຈາຫລໍ່, ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຄໍາມ່ວນ ນໍາໂດຍ ສະຫາຍ ພັອ ພັນມະຫາ ຈູມມະນີ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ພ້ອມຄະນະ ໄດ້ຕ້ອນຮັບຄະນະປະຕິບັດງານພິເສດ
589 ສສ ຫວຽດນາມ ທີ່ເດີນທາງມາປະຕິບັດໜ້າທີ່ ໃນການຊອກຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມ ຢູ່ດິນແດນແຂວງຄຳມ່ວນ ປະຈຳລະດູແລ້ງ ສົກປີ 2022-2023 ນຳໂດຍ ສະຫາຍ ພັທ ວູ້ ດຶກ ວິ້ງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງກວາງ.
ການເດີນທາງມາແຂວງຄໍາມ່ວນໃນຄັ້ງນີ້, ເພື່ອເປັນການຈັດຕັ້ງປະຕິບັດແນວທາງນະໂຍ ບາຍ ລະຫວ່າງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໂດຍສະເພາະ ສອງກອງບັນຊາການທະຫານແຂວງຄໍາມ່ວນ ແລະ ກອງບັນຊາການທະຫານແຂວງກວາງບິ່ງ ໃນການສືບຕໍ່ຊອກຄົ້ນຫາອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ດິນແດນແຂວງຄຳມ່ວນ.
ຂ່າວ: ລາກີ ພົມມີສິດ