ຫ້ອງການກະຊວງການເງິນ ອອກແຈ້ງການປະມູນ ເລື່ອງການປະມູນຂາຍໄມ້ຂອງລັດ

    0
    82

    ແຈ້ງການປະມູນ: ເລື່ອງ ການປະມູນຂາຍໄມ້ຂອງລັດຫ້ອງການກະຊວງການເງິນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການປະມູນຊາບວ່າ: ປະ ຈຸບັນ ກະຊວງການເງິນ ມີຈຸດປະສົງສະສາງໄມ້ປະເພດໄມ້ດູ່ ຈໍານວນ 29 ຕົ້ນ ບໍລິມາດ 8,507 ແມັດກ້ອນ ທີ່ນອນຢູ່ໃນທີ່ ດິນຂອງລັດ ທີ່ລັດໄດ້ໃຫ້ບຸກຄົນເຊົ່າ ຢູ່ບ້ານໂພນໄຮຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ດ້ວຍຮູບການປະມູນແບບເປີດກ້ວາງ

    ຫາກທ່ານໃດມີຄວາມສົນໃຈຢາກເຂົ້າຮ່ວມປະມູນແຂ່ງຂັນລາຄາ ສອບຖາມລາຍລະອຽດ, ຕິດຕໍ່ ແລະ ຊື້ຊອງປະມູນ ໃນລາຄາ 300,000 ກີບ ໄດ້ທີ່ພະແນກຄຸ້ມຄອງຂໍ້ມູນຊັບສິນແຫ່ງລັດ ກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ ແລະ ເບີ່ງໄມ້ຕົວຈິງໄດ້ທີ່ບ້ານໂພນໄຮຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຕາມວັນ ແລະ ເວລາລັດຖະການ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.