ອົງການໄອຍະການປະຊາຊົນສູງສຸດ ລົງວິໄນພະນັກງານ 4 ທ່ານ ທີ່ລະເມີດກົດໝາຍ-ຂໍ້ຫ້າມ ແລະ ແຕ່ງຕັ້ງ-ຊັບຊ້ອນບ່ອນປະຈໍາການໃໝ່

    0
    76

    ອົງການໄອຍະການປະຊາຊົນສູງສຸດ ລົງວິໄນພະນັກງານ 4 ທ່ານ ທີ່ລະເມີດກົດໝາຍ-ຂໍ້ຫ້າມ ແລະ ແຕ່ງຕັ້ງ-ຊັບຊ້ອນບ່ອນປະຈໍາການໃໝ່

    ວັນທີ 14 ຕຸລາ 2022 ນີ້, ອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ປະຕິບັດວິໄນຕໍ່ພະນັກງານຂອງອົງການໄອຍະການປະຊາຊົນ ລວມມີ 4 ທ່ານ ທີ່ລະເມີດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ຂໍ້ຫ້າມ ຂອງພະນັກງານໄອຍະການ ທີ່ໄດ້ກໍານົດໄວ້. ພ້ອມນັ້ນ, ກໍໄດ້ປະກາດ

    ການແຕ່ງຕັ້ງ, ສັບຊ້ອນ, ສັບປ່ຽນບ່ອນປະຈໍາການ ສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຢູ່ສູນກາງ ໄປປະຈຳການຢູ່ອົງໄອຍະການປະຊາຊົນ ທ້ອງຖິ່ນຈໍານວນໜຶ່ງ
    ທ່ານ ຈັນທະບູນ ເພັງຄໍາໃສ ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການ

    ແຕ່ງຕັ້ງ ທ່ານ ສັນຕິພາບ ທາວົງໄຊ ຮອງຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ຍົກຍ້າຍ, ແຕ່ງຕັ້ງ ທ່ານ ຈໍານຽນ ວົງສາຍ ຄໍາ ຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ; ທ່ານ ຈັນສະໝອນ ວໍລະຈັກ ຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ

    4 ນະຄອນຫລວງວຽງຈັນ ແລະ ທ່ານ ນາງ ບົວລີວັນ ບັນນາວົງ ຫົວໜ້າພະແນກຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດ ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ; ທ່ານ ກົງເພັດ ລາດບຸນເຮືອງ ຮອງຫົວໜ້າກົມຕິດຕາມ

    ກວດກາການປະຕິບັດກົດໝາຍທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ໄປເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 1 ນະຄອນຫລວງວຽງຈັນ; ທ່ານ ບຸນທະວີ ສີແສນດີ ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ ໄປເປັນວ່າການຫົວໜ້າ ອົງການໄອຍະການປະຊາຊົນເຂດ 2 ນະຄອນຫລວງວຽງຈັນ ແລະ ທ່ານ

    ດາບສະດາຈັນ ວົງໄຊ ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ.

    ນອກນັ້ນ, ຍັງໄດ້ຍົກຍ້າຍຫົວໜ້າພະແນກ, ຮອງພະແນກຢູ່ສູນກາງ ໄປເປັນຫົວໜ້າຂະແໜງ, ຮອງຂະແໜງຢູ່ອົງການໄອຍະການປະຊາຊົນນະຄອນຫລວງວງຈັນ 3 ທ່ານ, ຍົກຍ້າຍພະນັກງານຢູ່ຂັ້ນທ້ອງຖິ່ນຂຶ້ນມາປະຈຳການຢູ່ສູນກາງ ເຊິ່ງທັງໝົດແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ການເມືອງ ທັງສະເພາະໜ້າ ແລະ ຍາວນານ, ເປັນການກໍ່ສ້າງ

    ພະນັກງານ ໄປຕາມທິດນໍາຂອງພັກ, ເປັນການສ້າງຄວາມເຂັ້ມແຂງດ້ານບຸກຄະລາກອນ ຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອຮັບປະກັນໃຫ້ ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງອົງການໄອຍະການປະຊາຊົນ ມີຄວາມໜັກແໜ້ນ ເຂັ້ມແຂງໃນການຕິດ ຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານຕາມກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.