ທ່ານຮູ້ຫຼືບໍ່ວ່າ ມາຮອດປັດຈຸບັນ, ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດກັບ 148 ປະເທດ (ຈາກ 193 ປະເທດ) ທົ່ວໂລກ; ມີສຳນັກງານຕາງໜ້າການທູດຢູ່ຕ່າງປະເທດ 41 ແຫ່ງ (ໃນນີ້ມີສະຖານເອກອັກຄະລັດຖະທູດ 27 ແຫ່ງ, ສຳນັກງານຜູ້ຕາງໜ້າຖາວອນ 3 ແຫ່ງ, ສະຖານກົງສູນໃຫຍ່ 10 ແຫ່ງ ແລະ ຫ້ອງການກົງສູນ 01 ແຫ່ງ),
ກົງສູນກິດຕິມະສັກຂອງ ສປປ ລາວ ຢູ່ຕ່າງປະເທດ 19 ແຫ່ງ. ສະຖານທູດຕ່າງປະເທດ ທີ່ມີສຳນັກງານຢູ່ລາວ 28 ແຫ່ງ, ກົງສູນໃຫຍ່ 6 ແຫ່ງ, 18 ອົງການຈັດຕັ້ງສາກົນ ທີ່ຂຶ້ນກັບລັດຖະບານ ແລະ ມີກົງສູນກິດຕິິມະສັກ 18 ປະເທດ ປະຈຳຢູ່ລາວ. ມີການພົວພັນກັບພັກການເມືອງ 139 ພັກ (ຈາກ 85 ປະເທດ) ໃນໂລກ; ມີ 19 ສະມາຄົມມິດຕະ ພາບກັບຕ່າງປະເທດ ແລະ 01 ຄະນະສັນຕິພາບ ແລະ ສາມັກຄີລາວກັບຕ່າງປະເທດ.
ໄດ້ເຊັນສັນຍາຍົກເວັ້ນວິຊາກັບ 48 ປະເທດ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ, ຍົກເວັ້ນວິຊາສອງຝ່າຍ ສຳລັບຜູ້ຖື ໜັງສືຜ່ານແດນທຳມະດາ ໃຫ້ກັບ 11 ປະເທດ ( 9 ປະເທດສະມາຊິກອາຊຽນ, ລັດເຊຍ ແລະ ມົງໂກລີ) ແລະ ຍົກເວັ້ນວິຊາຝ່າຍດຽວ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ໃຫ້ກັບ 04 ປະເທດ ( ຍີ່ປຸ່ນ, ສ.ເກົາຫຼີ, ລຸກຊຳບວກ ແລະ ສະວິດເຊີແລນ).