ເລັ່ງສ້ອມແປງເສັ້ນທາງເລກທີ 13 ເໜືອ ຊ່ວງ ວັງວຽງ-ກາສີ ຄາດ 2-3 ເດືອນຈະສຳເລັດ

    0
    150

    ການສ້ອມແປງເສັ້ນທາງ ເລກທີ 13 ເໜືອ ທີ່ເປ່ຊ່ວງວັງວຽງ ຫາ ກາສີ ແມ່ນມີຄວາມຄືບໜ້າ ຄາດອີກ 2-3 ເດືອນ ຈະສໍາເລັດ ແລະ ການສັນຈອນໄປ-ມາ ກໍຈະສະດວກສະບາຍຂຶ້ນ, ຝາກເຖິງຜູ້ນໍາໃຊ້ເສັ້ນທາງຜ່ານເຂດດັ່ງກ່າວໃຫ້ຄ່ອຍໄປຄ່ອຍມາ ເພື່ອຄວາມປອດໄພ.

    ທ່ານ ພູວອນ ບຸນວິໄລ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງວຽງຈັນ ໃຫ້ຮູ້ວ່າ: ສະພາບເສັ້ນທາງຢູ່ແຂວງວຽງຈັນ ໂດຍສະເພາະແມ່ນເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງແຂວງວຽງຈັນແມ່ນມີສະພາບເກົ່າແກ່ຊຸດໂຊມ ໃຊ້ງານມາຫຼາຍປີ, ເປ່ເພອັນເນື່ອງຈາກໄພພິບັດທາງທຳມະຊາດ ສົມທົບກັບການຂົນສົ່ງຂອງລົດບັນທຸກທີ່ມີນໍ້າໜັກເກີນ ຈຶ່ງເຮັດໃຫ້ເສັ້ນທາງເປ່ເພໜັກ ເຊິ່ງຜ່ານມາພວກເຮົາໄດ້ມີການສ້ອມແປງ ບໍ່ໄດ້ມີຟື້ນຟູກໍ່ສ້າງຄືນໃໝ່ ແລະ ປະລິມານການສັນຈອນນັບມື້ຫຼາຍຂຶ້ນ ຈຶ່ງເຮັດໃຫ້ເສັ້ນທາງເສຍຫາຍຫຼາຍ.

    ທ່ານ ຄູນສະໄໝ ລາດສະວົງ ຫົວໜ້າໂຄງການສ້ອມແປງທາງຫຼວງແຫ່ງຊາດ ທີ 10 ໃຫ້ຮູ້ວ່າ: ການສ້ອມເປັນເສັ້ນທາງຫຼວງແຫ່ງຊາດເລກທີ 13 ເໜືອ ຊ່ວງວັງວຽງ ຫາ ກາສີ ເປັນ 1 ໃນ 4 ສັນຍາໂຄງການສ້ອມແປງທາງຫຼວງແຫ່ງຊາດ ທີ 10 ແບບບູລະນະ ໄລຍະ 3 ປີ ເຊິ່ງປະກອບມີ: ທາງເລກ 10 ຊາຍແດນນະຄອນຫຼວງວຽງຈັນ ຫາ ສົ້ນຂົວນໍ້າງື່ມແຂວງວຽງຈັນ; ທາງ 13 ເໜືອ ປະກອບມີ 3 ສັນຍາຄື: ສັນຍາທີ 1 ແຕ່ 3 ແຍກໂພນໂຮງ ຫາ ຫ້ວຍປາມ້ອມ; ສັນຍາທີ 2 ແຕ່ຫ້ວຍປາມ້ອມ ຫາ ກາສີ ແລະ ສັນຍາທີ 3 ແຕ່ກາສີ ຫາ ຊາຍແດນຫຼວງພະບາງ.

    ສະເພາະການສ້ອມແປງເສັ້ນທາງຊ່ວງ ແຕ່ຫ້ວຍປາມ້ອມ ຫາ ກາສີ ແມ່ນມີມູນຄ່າ 6 ຕື້ກີບ ໃນໄລຍະການບູລະນະ 3 ປີ (ເປ່ເພຈຸດໃດສ້ອມແປງຈຸດນັ້ນ) ແລະ ຫາກໍໄດ້ລົງມືສ້ອມແປງໃນຕົ້ນເດືອນຕຸລາ 2022 ເປັນຕົ້ນມາ, ປັດຈຸບັນແມ່ນກຳລັງເລັ່ງສ້ອມແປງເຂດເປັນເຂດໄປ ເຊິ່ງເຂດທີ່ມີທາງເປ່ເພໜັກແມ່ນເຂດບ້ານນາດາວ ຫາ ຜາຮອມ ວັງວຽງ. ດັ່ງນັ້ນ, ປັດຈຸບັນກຳລັງປະຕິບັດສ້ອມແປງ ໂດຍໜ້າວຽກທີ່ປະຕິບັດແມ່ນ: ອະນາໄມແຄມທາງ, ຕາບຂຸມ, ຖົມຂຸມ ບ່ອນໃດເປ່ເພໜັກ ກໍຂູດໜ້າທາງຢຽບດິນແລ້ວລົງຢາງໃໝ່ ເຊິ່ງປັດຈຸບັນສະເພາະຊ່ວງນີ້ແມ່ນປະຕິບັດໄດ້ 7% ຄາດວ່າອີກ 2-3 ເດືອນກໍຈະສຳເລັດ ແລະ ສາມາສັນຈອນໄດ້ສະດວກເປັນປົກກະຕິ.

    ໃນຊ່ວງໄລຍະທີ່ມີການກໍສ້ອມແປງນີ້ ແມ່ນເຮັດໃຫ້ການສັນຈອນໄປມາມີຄວາມຫຍຸ້ງຍາກ. ດັ່ງນັ້ນ, ຈຶ່ງຂໍໃຫ້ຜູ້ທີ່ນຳໃຊ້ເສັ້ນທາງດັ່ງກ່າວຄ່ອຍໄປຄ່ອຍມາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.