ແກ້ໄຂບໍ່ໄດ້ ງານບຸນຊ່ວງເຮືອທ່າວັດຈັນ ຍັງພົບຜູ້ປະກອບການເກັບຄ່າລົດແພງ

    0
    68

    ງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ 2022 ຜ່ານມາ, ໄດ້ສ້າງຄວາມຄຶກຄື້ນໃຫ້ແກ່ຜູ້ທີ່ໄປທ່ຽວຊົມ ທັງພາຍໃນ ແລະ ຕ່າງປະເທດ, ແຕ່ສິ່ງທີ່ເຫຼືອໄວ້ຈາກງານບຸນຍັງມີຫຼາຍຢ່າງທີ່ຍັງບໍ່ສອດຄອງກັບລະບຽບການຕ່າງໆທີ່ຄະນະກໍາມະການຈັດງານກໍານົດໄວ້ ເປັນຕົ້ນແມ່ນການເກັບບໍລິການຄ່າຝາກລົດ ເນື່ອງຈາກມີຜູ້ປະກອບການຫຼາຍຈຸດໃນງານບຸນດັ່ງກ່າວສວຍໂອກາດຂຶ້ນລາຄາຕາມລໍາຟັງໃຈ ເຫັນແກ່ຜົນປະໂຫຍດສ່ວນຕົວ.

    ງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະເພນີ ທ່າວັດຈັນ ປະຈໍາປີ 2022, ຄະນະກໍາມະການໄດ້ກໍານົດເອົາສະຖານທີ່ບໍລິການຝາກລົດ ເປັນຕົ້ນແມ່ນຖະໜົນສຸພານຸວົງ, ເສັ້ນທາງພະແນກໂຍທາທິການ, ທາງຮ່ອມໂຮງຮຽນມັດທະຍົມຕອນປາຍເພຍວັດ, ຕໍ່ໜ້າສະໜາມກິລາເຈົ້າອານຸວົງ, ຫໍວັດທະນະ ທຳ ແລະ ຕາມເສັ້ນທາງຮ່ອມຕ່າງໆທີ່ຄະນະ

    ກໍາມະການກໍານົດໄວ້ຕາມແຜນຝັງການຈັດງານ; ໃນນີ້, ຄະນະກໍາມະການຈັດງານໄດ້ກໍານົດໃຫ້ຜູ້ປະກອບການເກັບຄ່າບໍລິການຝາກລົດໃຫ້ເປັນເອກະພາບກັນຕາມທີ່ກໍານົດໄວ້ໃຫ້ເກັບຄ່າຝາກລົດ ດັ່ງນີ້: ລົດຖີບ 5.000 ກີບຕໍ່ຄັນ, ລົດຈັກ 10.000 ກີບຕໍ່ຄັນ, ລົດຕຸກໆ 15.000 ກີບຕໍ່ຄັນ, ລົດໃຫຍ່ 20.000 ກີບຕໍ່ຄັນ; ແຕ່ໃນຄວາມເປັນ

    ຈິງແລ້ວເຫັນວ່າ ບັນດາລະບຽບການຕ່າງໆທີ່ຄະນະກໍາມະການກໍານົດອອກມານັ້ນ, ຜູ້ປະກອບການຈໍານວນໜຶ່ງບໍ່ປະຕິບັດຕາມຄໍາແຈ້ງການດັ່ງກ່າວ ເປັນຕົ້ນແມ່ນໃນລະຫວ່າງ 2 ມື້ສຸດທ້າຍ ( ວັນທີ 10 ແລະ 11 ຕຸລາ ) ເປັນມື້ອອກພັນສາ, ໄຫຼເຮືອໄຟ ແລະ ເປັນມື້ຊ່ວງເຮືອຜູ້ປະກອບການຈຳນວນໜຶ່ງສວຍໂອກາດຂຶ້ນລາຄ່າເກັບຄ່າຝາກລົດ ໂດຍຮຽກຄ່າຝາກລົດນໍາຜູ້ມາໃຊ້ບໍລິການ 15.000-20.00 ກີບຕໍ່ລົດຈັກ 1 ຄັນ, ສ່ວນລົດໃຫຍ່ແມ່ນ 30.000-40.000 ກີບຕໍ່ຄັນ.

    ຕໍ່ກັບບັນຫາຜູ້ປະກອບການເກັບເງິນຄ່າຝາກລົດແພງເກີນກຳນົດ ຫຼາຍຄົນໄດ້ຖາມຄືນກັບຜູ້ຮັບຝາກວ່າ: ເປັນຫຍັງຄືເກັບແພງເກີນທີ່ຄະນະກໍາມະການຈັດງານບຸນກໍານົດໄວ້, ເຊິ່ງໄດ້ຮັບຄໍາຕອບ ຄືນມາວ່າ: ເຊົ່າສະຖານທີ່ແພງຫຼາຍປີນີ້, ຢ້ານຂາດທຶນ ແລະ ບໍ່ໄດ້ກໍາໄລ; ອີກຈໍານວນໜຶ່ງ ກໍອ້າງວ່າພວກເຮົາແມ່ນເກັບເອງ, ເຮັດເອງ ແລະ ບໍ່ໄດ້ຂຶ້ນກັບໃຜ.

    ການຈ່າຍຄ່າຝາກລົດເກີນກໍານົດທີ່ຄະນະກຳມະການຈັດງານກໍານົດອອກ ມວນຊົນທີ່ມາທ່ຽວງານບຸນແມ່ນສາມາດຈ່າຍໄດ້, ແຕ່ຖ້າຈະສວຍໂອກາດ ເກັບເງິນເກີນເອົາລັດເອົາປຽບສໍ້ໂກງປະຊາຊົນແບບໜ້າຕາເສີຍ, ເຊິ່ງເຮັດໃຫ້ສັງຄົມບໍ່ມີຄວາມເປັນລະບຽບຮຽບຮ້ອຍ ໂດຍທີ່ບໍ່ມີພາກສ່ວນໃດອອກມາກວດກາ ແລ້ວໃບແຈ້ງການທີ່ອອກມານັ້ນ ເຮັດຂຶ້ນມາເພື່ອຫຍັງ.

    ຢ່າງໃດກໍຕາມ, ພາກສ່ວນທີ່ກ່ຽວຂ້ອງ ຄວນຫາວີທີແກ້ໄຂຢ່າງຈິງຈັງ ເພາະບັນຫານີ້ບໍ່ແມ່ນເກີດຂຶ້ນພຽງແຕ່ປີນີ້ ແຕ່ປະກົດເຫັນໄດ້ວ່າ ເກີດມີສະພາບຊ້ຳເຮື້ອມາທຸກໆປີ; ສະນັ້ນ, ພາກສ່ວນທີ່ກ່ຽວຂ້ອງ ກໍຄື ຄະນະກໍາມະການຈັດງານບຸນຄວນຫາວິທີແກ້ໄຂຢ່າງຈິງຈັງ ແລະ ໃຊ້ມາດຕະການຕ່າງໆຕໍ່ຜູ້ລະເມີດ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງ ເພື່ອຮັບປະກັນບໍ່ໃຫ້ເຫດການເກັບເງິນເກີນກໍານົດທີ່ຄະນະກໍາມະການຈັດງານບຸນວາງອອກ.

    ນອກນີ້, ອີກບໍ່ພໍເທົ່າໃດມື້ ກໍຈະເຖິງເທດສະການງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ເຊື່ອວ່າຈະມີເຫດການເກັບເງິນຄ່າຝາກລົດເກີນລາຄາທີ່ຄະນະວາງອອກເກີດຂຶ້ນ; ສະນັ້ນ, ເພື່ອຮັບປະກັນບໍ່ໃຫ້ເຫດການເກີດຂຶ້ນ ໃນນາມຜູ້ຂຽນ ຂໍຮຽກຮ້ອງມາຍັງ ຄະນະກໍາມະການຈັດງານບຸນດັ່ງກ່າວ ຈົ່ງເຂັ້ມງວດ ແລະ ກວດກາໃຫ້ລະອຽດ ເມື່ອພົບເຫັນຜູ້ປະກອບການໃດສວຍໂອກາດເກັບເງິນເກີນກໍານົດ ຄວນໃຊ້ມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດ ເພື່ອບໍ່ໃຫ້ຜູ້ປະກອບການເກັບຄ່າຝາກລົດອື່ນ ສວຍໂອກາດຄືເຊັ່ນດຽວກັນ, ຖ້າອະນຸກໍາມະການຫາກເຂັ້ມງວດກວດກາ ແລະ ໃຊ້ມາດຕະການເດັດຂາດ ເຊື່ອວ່າ ບັນຫາເກັບເງິນຄ່າຝາກລົດເກີນກໍານົດທີ່ແຈ້ງການລະບຸກໄວ້ຢູ່ພາຍໃນງານບຸນ ກໍຈະບໍ່ເກີດຂຶ້ນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.