ເງິນຢວນຫລຸດຕໍ່າສຸດໃນຮອບ 14 ປີ ຍ້ອນເງິນໂດລາສະຫະລັດຍັງແຂງຄ່າ

    0
    102

    ສະກຸນເງິນຫລັກຂອງຈີນອ່ອນຄ່າໜັກທີ່ສຸດ ນັບແຕ່ເດືອນມັງກອນ 2008 ຜົນຈາກເງິນໂດລາສະຫະລັດຍັງແຂງຄ່າຕາມນະໂຍບາຍຂອງທະນາຄານກາງອາເມລິກາ.

    ວັນທີ 21 ຕຸລາ 2022, ສຳນັກຂ່າວຕ່າງປະເທດລາຍງານວ່າ: ອັດຕາແລກປ່ຽນເງິນຢວນຕໍ່ເງິນໂດລາສະຫະລັດ ໃນໄລຍະໜຶ່ງຂອງການຊື້ຂາຍໃນວັນທີ 21 ຕຸລາ ຢູ່ລະດັບ

    7,2494 ຢວນ ຕໍ່ 1 ໂດລາສະຫະລັດ ເປັນສະຖິຕິຕໍ່າທີ່ສຸດນັບແຕ່ວັນທີ 14 ມັງກອນ 2008 ໂດຍນັບແຕ່ຕົ້ນປີນີ້ ເງິນຢວນອ່ອນຄ່າລົງແລ້ວ 12,3% ເມື່ອທຽບໃສ່ເງິນໂດລາສະຫະລັດ.

    ຂະນະທີ່ໃນໄລຍະເປີດຕະຫລາດການຊື້ຂາຍໃນວັນທີ 21 ຕຸລາ, ທະນາຄານປະຊາຊົນຈີນ (PBOC) ກຳນົດອັດຕາອ້າງອີງຄ່າເງິນໃນລະດັບ 7,1186 ຢວນ ຕໍ່ 1 ໂດລາ

    ສະຫະລັດ ແລະ ຫລຸດການຖືຄອງສະກຸນເງິນຕ່າງປະເທດໃນທຶນສຳຮອງເປັນໄລຍະ. ສ່ວນຜູ້ວິເຄາະເບິ່ງວ່າ: ເງິນຢວນຈະຍັງອ່ອນຄ່າຕໍ່ໄປອີກໄລຍະໜຶ່ງ ຕາບໃດທີ່ທະນາຄານກາງອາເມລິກາ (FED) ຍັງເດີນໜ້າປັບຂຶ້ນອັດຕາດອກເບ້ຍ ສວນທາງກັບນະໂຍບາຍຂອງ PBOC ທີ່ໃຊ້ຫລັກການແບບຫລຸດຜ່ອນ.

    ເຖິງຢ່າງໃດກໍຕາມ, ການທີ່ຈີນຍັງໃຊ້ມາດຕະການຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-19 ແບບ “ໂຄວິດເປັນສູນ” ຄືໜຶ່ງໃນປັດໄຈສຳຄັນທີ່ເຮັດໃຫ້ເງິນທຶນໄຫລອອກ ແລະ ສົ່ງຜົນຕໍ່ສະຖຽນລະພາບຂອງຄ່າເງິນເຊັ່ນກັນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.