ປກສ ນະຄອນຫຼວງວຽງຈັນ ສຸມໃສ່ແກ້ໄຂບັນຫາຢາເສບຕິດ ແຕ່ຍັງບໍ່ມີທ່າອ່ຽງຫຼຸດລົງ

    0
    85

    ຢາເສບຕິດກາຍເປັນໄພອັນຕະລາຍທີ່ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ການດຳລົງຊີວິດຂອງສັງຄົມທີ່ໜ້າເປັນຫ່ວງ, ຄຸກຄາມຕໍ່ຄວາມໝັ້ນຄົງ, ຄວາມສະຫງົບ. ດ້ວຍເຫດນັ້ນ, ພັກ ແລະ ລັດຖະບານ ຈຶ່ງໄດ້ຍົກເອົາການແກ້ໄຂບັນຫາຢາເສບຕິດມາເປັນວາລະແຫ່ງຊາດ; ເຊິ່ງເລີ່ມແຕ່ປີ 2021-2023, ພ້ອມນັ້ນ, ອົງການປົກຄອງນະຄອນຫຼວງວຽງຈັນ

    ກໍໄດ້ຖືເອົາການສະກັດກັ້ນ ແລະ ຕ້ານຢາເສບຕິດເປັນໜ້າທີ່ສໍາຄັນ ແລະ ຈິງຈັງ ໃນການແກ້ໄຂບັນ ຫາຢາເສບຕິດຢູ່ນະຄອນຫຼວງວຽງຈັນ. ໃນໄລຍະ 1 ປີ ຜ່ານມາ, ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ສາມາດແກ້ໄຂບັນຫາຢາເສບຕິດໄດ້ເປັນຈໍານວນຫຼວງຫຼາຍ, ແຕ່ໃນຄວາມເປັນຈິງແລ້ວ ຍັງເຫັນວ່າ ສະພາບການແພ່ລະບາດຂອງຢາເສບຕິດຍັງບໍ່ມີທ່າອ່ຽງຫຼຸດລົງ.

    ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຜ່ານມາ, ອົງການປົກຄອງນະຄອນຫຼວງວຽງຈັນ ສົມ ທົບກັບພາກກ່ຽວຂ້ອງ ສະເພາະປ້ອງກັນຄວາມສະຫງົບໄດ້ຈັດຕັ້ງປະຕິບັດ 6 ວຽກຈຸດສຸມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍສຸມໃສ່ບາງບັນຫາທີ່ສໍາຄັນ ດັ່ງນີ້:

    1. ໄດ້ເອົາໃຈໃສ່ວຽກງານສຶກສາອົບຮົມ ແລະ ໂຄສະນາເຜີຍແຜ່ດ້ວຍຮູບການຕ່າງໆ ເພື່ອໃຫ້ທຸກຊັ້ນຄົນຢູ່ໃນສັງຄົມໄດ້ຮັບຮູ້, ເຂົ້າໃຈລະບຽບກົດໝາຍ ແລະ ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດ, ປຸກລະດົມຂົນຂວາຍປະຊາຊົນບັນດາເຜົ່າ, ທຸກຊັ້ນຄົນໃນສັງຄົມເຂົ້າຮ່ວມເຮັດວຽກສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນ

      ປົກກະຕິຕໍ່ເນື່ອງ ສະແດງອອກ ຄື: ປກສ ເມືອງ, ປກສ ກຸ່ມບ້ານ ໄດ້ສົມທົບກັບອົງການປົກຄອງບ້ານລົງໂຄສະນາໂດຍກົງ, ໂຄສະນາຜ່ານໂທລະໂຄ່ງຂອງບ້ານໄດ້ຢ່າງທົ່ວເຖິງ, ລົງໂຄສະນາຢູ່ສະຖາບັນການສຶກສາ, ຊຸມຊົນ ແລະ ໂຮງຈັກ-ໂຮງງານ, ຄ້າຍຄຸມຂັງຊົ່ວຄາວ, ສູນປິ່ນປົວ ແລະ ຟື້ນຟູສຸຂະພາບຜູ້ຕິດຢາເສບຕິດ ລວມທັງໝົດ

      7.339 ຄັ້ງ. ໃນນີ້, ໄດ້ອອກຂ່າວຜ່ານສື່ຕ່າງໆ 1.823 ຂ່າວ, ເຈົ້າໜ້າທີ່ ປກສ ຮ່ວມກັບອົງການປົກຄອງບ້ານໄດ້ຮ່ວມກັນສຶກສາອົບຮົມເປົ້າ ໝາຍກຸ່ມສ່ຽງເສບຢາເສບຕິດເພື່ອໃຫ້ເຂົາເຈົ້າຢຸດເຊົາເສບຢາເສບຕິດໄດ້ ຈຳນວນ 2.832 ຄົນ.

    2. ໄດ້ເອົາໃຈໃສ່ປິ່ນປົວ ແລະ ຟື້ນຟູສະພາບຜູ້ຕິດຢາເສບຕິດ ຢູ່ສູນປິ່ນປົວ ແລະ ຊຸມຊົນ ເພື່ອໃຫ້ເຂົາເຈົ້າກັບຄືນສູ່ສັງຄົມໄດ້ຈຳນວນ 1.841 ຄົນ, ຍິງ 79 ຄົນ, ປິ່ນປົວຫາຍດີ ແລະ ໄດ້ຝຶກວິຊາຊີບແລ້ວກັບຄືນສູ່ສັງຄົມ ຈຳນວນ 479 ຄົນ, ຍິງ 27 ຄົນ ແລະ ຍັງສືບຕໍ່ປິ່ນປົວ ແລະ ຟື້ນຟູສຸຂະພາບ ຈຳນວນ 1.361 ຄົນ ແມ່ຍິງ 52 ຄົນ.

    3. ໄດ້ເປັນເຈົ້າການຈັດຕັ້ງປະຕິບັດຄໍາສັ່ງ, ຂໍ້ຕົກລົງຂອງຂັ້ນເທິງ ຄື: ນະໂຍບາຍ7 ຫຼຸດ. ໃນ ນີ້, ມີຫຼຸດຜ່ອນບັນຫາຢາເສບຕິດຂອງອົງກາກປົກຄອງນະ ຄອນຫຼວງວຽງຈັນ, ຄຳສັ່ງເລກທີ 02/ກມສພ,2021 ຂອງຄະນະເລຂາທິການສູນກາງພັກ,ຄຳສັ່ງເລກທີ 19/ນຍ,2021 ຂອງນາຍົກລັດຖະມົນຕີກ່ຽວກັບການຈັດຕັ້ງປະຕິບັດວາລະ

    ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ(2021-2023), ຄຳສັ່ງເລກທີ 818/ປກສ, 2012 ຂອງລັດຖະ ມົນຕີກະຊວງປ້ອງກັນຄວາມສະຫງົບ, ຄຳສັ່ງຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ02/ຈນວ ກ່ຽວກັບການເພີ່ມທະວີສະກັດກັ້ນ ແລະ ປາບປາມຢາເສບຕິດໃນ ຂອບເຂດທົ່ວນະຄອນຫຼວງວຽງຈັນ, ຂໍ້ຕົກລົງ ຂອງເຈົ້າຄອງ

    ນະຄອນຫຼວງວຽງຈັນ ສະບັບເລກ ທີ 841/ຈນວ, ລົງວັນທີ 25 ຕຸລາ 2021 ວ່າ ດ້ວຍແຜນຜັນຂະຫຍາຍ ແລະ ແບ່ງງານການຈັດ ຕັ້ງປະຕິບັດວ່າລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ ແລະອື່ນໆ ໃຫ້ເປັນຮູບປະ ທຳ, ມີບ້ານທີ່ໄດ້ນາມມະຍົດປອດຢາເສບຕິດ ຈຳ ນວນ 348 ບ້ານ. ແຕ່ເຈົ້າໜ້າທີ່ຈະກວດກາຄືນບ້ານນາມມະຍົດ

    ປອດຢາເສບຕິດດັ່ງກ່າວ, ໂຮງຮຽນທີ່ໄດ້ນາມມະຍົດປອດສິ່ງເສບຕິດ 348 ບ້ານ, ໂຮງຮຽນໄດ້ຮັບນາມມະຍົດປອດຢາເສບ ຕິດທັງພາກລັດ-ເອກະຊົນ 313 ແຫ່ງ, ປະ ເມີນ ຄືນທີ່ຄົບອາຍຸ 2 ປີ 77 ແຫ່ງ. ໃນນີ້, ຊັ້ນປະກົມ 53 ແຫ່ງ, ມັດທະຍົມສຶກສາ 24 ແຫ່ງ.

    ໃນ 1 ປີຜ່ານມາ, ປກສ ນະຄອນຫຼວງວຽງຈັນ ສາ ມາດມ້າງຄະດີຢາເສບຕິດໄດ້ທັງໝົດ 1.202 ເລື່ອງ ຈັບຜູ້ຖືກຫາ 1.964 ຄົນ ຍິງ 226 ຄົນ. ໃນນີ້, ແກ້ໄຂມົ້ວສຸມຢາເສບຕິດ 160 ຈຸດ, ກັກຜູ້ມົ້ວສຸມ 557 ຄົນ ຍິງ 74 ຄົນ ແລະ ວັດຖຸ ຂອງກາງຕ່າງໆ ຈໍານວນຫຼາຍລາຍການ. ລວມມີ ຂອງກາງທັງໝົດຄື: ຢາບ້າ 27.984.204 ເມັດ ນ້ຳໜັກ 2,8 ໂຕນ, ເຮໂຣອິນ 78,92 ກິໂລກຼາມ, ເຄຕາມິນ 8,53 ກິໂລກຼາມ, ໄອສ໌ 40,54 ກິ ໂລກຼາມ, ແປ້ງປະສົມຢາເສບຕິດ 1.997 ກິໂລກຼາມ.

    ພົຈວ ປອ ບົວພັນ ຟອງມະນີ ໃຫ້ຮູ້ຕື່ມວ່າ: ໃນຕໍ່ໜ້າ ພວກເຮົາຄາດຄະເນວ່າສະພາບບັນຫາຢາເສບຕິດຢູ່ໃນໂລກ, ພາກພື້ນ ແລະ ຢູ່ໃນ ລາວຍັງຈະຍັງສືບຕໍ່ແພ່ລະບາດ, ໂດຍສະເພາະ ແມ່ນກຸ່ມຄົນບໍ່ດີ, ພວກເປົ້າໝາຍຄ້າຂາຍຢາເສບຕິດລາຍໃຫຍ່, ລາຍກາງ, ລາຍຍ່ອຍຈະສືບຕໍ່ ລັກລອບຄ້າຂາຍ, ຂົນສົ່ງ, ຈຳໜ່າຍຢາເສບຕິດ ດ້ວຍຫຼາຍ

    ຮູບການຕາມສະຖານທີ່ບໍລິການຕ່າງໆ ແລະ ບັນຫາຢາເສບຕິດຈະສືບຕໍ່ເປັນອຸປະສັກ, ກົດໜ່ວງຖ່ວງດຶງການພັດທະນາເສດຖະກິດ-ສັງ ຄົມຂອງພວກເຮົາ, ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຄືດັ່ງກ່າວນັ້ນ ກຳລັງປ້ອງກັນຄວາມສະຫງົບນະຄອນ ຫຼວງວຽງຈັນ ຈະຕ້ອງ ໄດ້ຍົກສູງຄວາມຮັບຜິດຊອບຂອງຕົນໃນການຈັດຕັ້ງປະຕິບັດວາລະ

    ແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ປັບປຸງບັນດານິຕິກຳ ແລະ ລະບຽບກົດໝາຍຂອງລັດເພື່ອເປັນບ່ອນອີງໃນການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບ ຕິດໃຫ້ເປັນຮູບປະທຳ, ຍາດແຍ່ງເອົາການມີສ່ວນຮ່ວມມືຈາກທຸກພາກສ່ວນໃນສັງຄົມ ທັງພາຍໃນ ແລະ ຕ່າງປະເທດໃນການສະກັດກັ້ນ ແລະ ຕ້ານຢາເສບຕິດເຮັດໃຫ້ບັນຫາຢາເສບຕິດຢູ່ນະຄອນຫຼວງວຽງຈັນ ຫຼຸດລົງເທື່ອລະກ້າວ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.