ເລີ່ມຈັດການລາດຕະເວນຕາມລຳແມ່ນ້ຳຂອງ4 ປະເທດຈີນ-ລາວ-ມຽນມາ-ໄທ

    0
    88

    ປະຕິບັດຢ່າງເປັນປົກກະຕິຕໍ່ເນື່ອງ ສຳລັບການອອກລາດຕາເວັນຕາມລຳແມ່ນ້ຳຂອງ ເຊິ່ງເປັນປະເທດທີ່ສາຍນ້ຳຂອງທີ່ໄຫຼຜ່ານຄື ລາວ-ຫວຽດນາມ-ມຽນມາ-ຈີນ  ໂດຍວັນທີ25ສິງຫານີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງຈີນ-ລາວ-ມຽນມາ-ໄທເລີ່ມດຳເນີນການລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຕາມລຳແມ່ນ້ຳຂອງລະຫວ່າງຈີນ-ລາວ-ມຽນມາ-ໄທຄັ້ງທີ120.

    ເວລາ9ໂມງ,ເຮືອບັງຄັບໃຊ້ກົດໝາຍຂອງຈີນ2ລຳທີ່ເຂົ້າຮ່ວມການເຄື່ອນໄຫວດັ່ງກ່າວໄດ້ອອກເດີນທາງຈາກກິ່ງແຂວງສິບສອງພັນນາແຂວງຢູນນານຈີນ,ຮ່ວມກັບເຮືອບັງຄັບໃຊ້ກົດໝາຍຂອງລາວແລະມຽນມາປະກອບເປັນທີມລາດຕະເວນບັງຄັບໃຊ້ກົດໝາຍຮ່ວມຢູ່ເຂດນຳທີ່ກຳນົດໄວ້. ການເຄື່ອນໄຫວຄັ້ງນີ້ມີເຮືອບັງຄັບໃຊ້ກົດໝາຍ4ລຳ,ຄາດວ່າຈະໃຊ້ເວລາ4ມື້3ຄືນ, ໄລຍະການເດີນທາງລວມ600ກວ່າກິໂລແມັດ.

    ກ່ອນຈັດການເຄື່ອນໄຫວ, ພາກສ່ວນບັງຄັບໃຊ້ກົດໝາຍຂອງ4ປະເທດດັ່ງກ່າວໄດ້ຈັດກອງປະຊຸມຜ່ານທາງວິດີໂອ, ຮ່ວມກັນວິເຄາະຄົ້ນຄວ້າສະພາບການກໍ່ອາດຊະຍາກຳແລະການແພ່ລະບາດຂອງພະຍາດໂຄວິດ-19ຕາມລຸ່ມແມ່ນ້ຳຂອງໃນໄລຍະມໍ່ໆມານີ້, ທັງເປິກສາຫາລືມາດຕະການໂຈມຕີ.

    ໃນໄລຍະຈັດການເຄື່ອນໄຫວຄັ້ງນີ້, ພາກສ່ວນບັງຄັບໃຊ້ກົດໝາຍຂອງ 4 ປະເທດດັ່ງກ່າວຈະດຳເນີນການລາດຕະເວນໂດຍແບ່ງເປັນຕອນແລະການລາດຕະເວນສືບສວນຮ່ວມທາງນ້ຳແລະທາງບົກຢູ່ເຂດນ້ຳສຳຄັນ ເຊັ່ນ“ເຂດສາມຫຼ່ຽມຄຳ”ເປັນຕົ້ນ,ເພື່ອໂຈມຕີການກໍ່ອາດຊະຍາກຳທີ່ຜິດກົດໝາຍປະເພດຕ່າງໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.