ເຈົ້າໜ້າທີ່ໄທ ບຸກຈັບນັກທ່ອງທ່ຽວຈີນ 200 ກວ່າຊີວິດ ປາຕີ້ ມົ້ວສຸມຢາເສບຕິດຢູ່ພາຍໃນສະຖານທີ່ຮ້ານບັນເທີງແຫ່ງໜຶ່ງ

    0
    67

    ເຈົ້າໜ້າທີ່ໄທ ບຸກຈັບນັກທ່ອງທ່ຽວຈີນ 200 ກວ່າຊີວິດ ປາຕີ້ ມົ້ວສຸມຢາເສບຕິດຢູ່ພາຍໃນສະຖານທີ່ຮ້ານບັນເທີງແຫ່ງໜຶ່ງ ສຳນັກຂ່າວຊ່ອງ 7 ໄທ ລາຍງານໃຫ້ຮູ້ວ່າ: ເວລາປະມານ 3 :30 ນາທີ ຂອງວັນທີ 26 ຕຸລາ 2022 ນີ້ ເຈົ້າໜ້າທີ່ໄທເຂົ້າກວດຄົ້ນອາຄານແຫ່ງໜຶ່ງ ຢູ່ຖະໜົນຈະເລີນລາດ ເຂດສາທອນ ກຸງເທບມະຫານະຄອນ ຫລັງພົບວ່າມີການລັກລອບເປີດຮ້ານບັນເທີງ ແລະ ມີຢາເສບຕິດຈຳນວນຫລາຍ 200 ກວ່າຊີວິດ ໂດຍມີການຈັດປາຕີ່ມົ້ວສຸມຢາເສບຕິດຢູ່ພາຍໃນສະຖານທີ່ດັ່ງກ່າວ.

    ຈາກການເຂົ້າກວດສອບເບື້ອງຕົ້ນພົບວ່າ ພາຍໃນເປັນຫ້ອງຄາລາໂອເກະ ຈຳນວນ 20 ຫ້ອງ ໃນແຕ່ລະຫ້ອງມີນັກທ່ອງທ່ຽວຈຳນວນຫລວງຫລາຍ ສ່ວນໃຫຍ່ແລ້ວເປັນຄົນຈີນ, ທັງພົບເຫັນຫ້ອງເກັບເຄື່ອງທີ່ໃຊ້ສຳລັບຊຸກເຊື່ອງຢາເສບຕິດຊະນິດ ເຄຕາມິນ, ແຮັບປີວໍເຕີ ເປັນຈຳນວນຫລາຍຮ້ອຍຊອງ. ນອກນັ້ນຍັງມີການລັກລອບຈຳໜ່າຍຢາເສບຕິດໃຫ້ແກ່ລູກຄ້າທີ່ມາໃຊ້ບໍລິການ, ຈັດສະຖານທີ່ໃຫ້ມີການມົ້ວສຸມຢາເສບຕິດ ລວມທັງມີການໃຫ້ບໍລິການຮັບຝາກຢາທີ່ໃຊ້ບໍ່ໝົດ.

    ສະຖານທີ່ບັນເທີງດັ່ງກ່າວເປີດມາໄດ້ 4 ເດືອນແລ້ວ ຮັບສະເພາະລູກຄ້າຄົນຈີນເທົ່ານັ້ນ ສ່ວນຄົນໄທ ແລະ ກຳປູເຈຍ ສ່ວນຫລາຍແລ້ວຈະເປັນພະນັກງານ ສ່ວນລາຍລະອຽດຍັງຢູ່ໃນຂັ້ນຕອບສືບສວນສອບສວນຂອງເຈົ້າໜ້າທີ່.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.