ໂຕໂນ້ ພາຄິນ ຕັດສິນໃຈບວດ ເພື່ອຕອບແທນຄວາມດີ ຕອບແທນນ້ຳໃຈ ຄົນລາວ ແລະ ໄທ ທີ່ຮ່ວມບໍລິຈາກ

    0
    76

    ໃນວັນທີ 25 ຕຸລາ 2022 ໂຕໂນ້ໄດ້ໂພສໃນໄອຈີຂອງຕົນໂດຍມີເນື້ອໃນວ່າ: “ ການຕັດສິນໃຈນີ້ຂໍມອບໃຫ້ທຸກຄວາມຮັກທີ່ພວກເຮົາມີຕໍ່ກັນລະຫວ່າງ ໄທ ລາວເດີ ຂ້ອຍຂໍຕອບແທນນໍ້າໃຈຂອງທຸກຄົນ ລວມເຖິງອົງພະຍານາກ ແລະ ພະຍານາກທຸກອົງດ້ວຍການບວດໃຫ້ເດີ ເຊິ່ງໄດ້ປຶກສາກັບພະຄູແລ້ວວ່າ ຕັ້ງໃຈຈະບວດທີ່ ວັດພະທາດພະນົມ ຕາມຄວາມເຊື່ອ ຕາມໜ້າທີ້ ຕາມປະເພນີ ຂອງຜູ້ຊາຍໄທດ້ວຍຄວາມເຕັມໃຈຂອງໂຕເອງ ເປັນການຕອບແທນ ຖ້າເປັນໄປໄດ້ກໍຈະໄປຝັ່ງລາວນຳ.

    ຫຼັງຈາກຍອດບໍລິຈາກໃນໂຄງການ One Man And The River ໜຶ່ງຄົນລອຍຫຼາຍຄົນໃຫ້ ສຳເລັດດ້ວຍດີ ໜຸ່ມໂຕໂນ່ພາຄິນ ຄຳວິໄລສັກ ແມ່ນໄດ້ຕັດສິນໃຈບວດເພື່ອຕອບແທນນ້ຳໃຈໃຫ້ທຸກຄົນ ທີ່ວັດພະທາດພະນົມມະຫາວິຫານ ຈັງຫວັດນະຄອນພະນົມພ້ອມບອກວ່າ:

    ການຕັດສິນໃຈຄັ້ງນີ້ຂໍມອບໃຫ້ທຸກຄວາມຮັກທີ່ມີຕໍ່ກັນລະຫວ່າງໄທ ແລະລາວ ໂຕໂນ່ບອກວ່າ ຕົນເອງບໍ່ຮູ້ຈະເຮັດ ຫຼື ຫາຄຳໃດມາບັນຍາຍ ແລະຂອບໃຈ ເພື່ອຕອບແທນຄວາມຮັກ ຄວາມສາມັກຄີຄວາມມີນ້ຳໃຈທີທຸກຄົນມາຮ່ວມໄມ້ຮ່ວມມືກັນ ເພື່ອແມ່ນ້ຳຂອງຂອງທຸກຄົນ ເພື່ອແພດໝໍ ຈາກໂຮງໝໍທັງສອງຝັ່ງຂອງໃນຄັ້ງນີ້.

    ການເຮັດບຸນໃຫຍ່ຄັ້ງນີ້ຂອງໜຸ່ມໂຕໂນ່ເຖິງຈະມີກະແສດຣາມ້າ ທັງກ່ອນ ແລະຫຼັງລອຍນ້ຳມາຕໍ່ເນື່ອງ ແຕ່ພາຄິນເອງແມ່ນບໍ່ໄດ້ໃສ່ໃຈກັບຄຳຄິດລົບຕ່າງໆ ກົງກັນຂ້າມພັດເອົາຄຳເວົ້າຄວາມຄິດຕ່າງໆມາເປັນກຳລັງໃຈຈົນສາມາດກ້າວຂ້າມກະແສຕ່າງໆໄປຢ່າງສວຍງາມທີ່ສຳຄັນໄດ້ໃຈຄົນທັ້ງສອງປະເທດໄປເຕັມໆ!

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.