ມອບ-ຮັບໂຄງການສ້ອມແປງທາງເຂົ້າເຂດທຳການຜະລິດຢູ່ທີ່ບ້ານຫ້ວຍອອນ ກຸ່ມແສນຍາງ

    0
    84

    ໃນວັນທີ 21 ຕຸລາ 2022 ນີ້, ໂຄງການກອງທຶນການຫຼຸດຜ່ອນຄວາມທຸກຍາກ (ທລຍ) ໄດ້ຈັດພິທີມອບ-ຮັບໂຄງການສ້ອມແປງທາງເຂົ້າເຂດທຳ ການຜະລິດຢູ່ທີ່ບ້ານຫ້ວຍອອນ ກຸ່ມແສນຍາງ ເມືອງຂວາ ແຂວງຜົ້ງສາລີ ຢ່າງເປັນທາງການຢູ່ທີ່ຫ້ອງການບ້ານຫ້ວຍອອນ, ໂດຍມີທ່ານ ວົງເດືອນ ພູມມີທຳ ຮອງເຈົ້າເມືອງ ຊີ້ນຳວຽກງານຂົງເຂດເສດຖະກິດ, ມີພາກສ່ວນທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ແຂກເຊີນ ເຂົ້າຮ່ວມ.

    ເສັ້ນທາງເຂົ້າເຂດທຳການຜະລິດເສັ້ນນີ້, ມີຄວາມຍາວ 4.300 ແມັດ, ມີຄວາມກວ້າງຂອງໜ້າທາງ 3,5 ແມັດ, ມີຮ່ອງລະບາຍນ້ຳກວ້າງ 0,5 ແມັດ, ສ້ອມແປງມາແຕ່ວັນທີ 18 ມິຖຸນາ ຈົນຮອດ 2022 ວັນທີ 5 ກໍລະກົດ 2022, ຈຶ່ງສຳເລັດ ລວມມູນຄ່າການສ້ອມແປງ 124.995. 239 ກີບ ທຶນປະກອບສ່ວນຂອງບ້ານໃນການຖາງແລວທງ ແລະ ອະນາໄມລວມ 60 ແຮງງານ, ຄິດເປັນເງິນ 3.600.000 ກີບ, ຜູ້ຮັບເໝົາກໍ່ສ້າງໄດ້ລາຍງານຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ. ພ້ອມນັ້ນ, ກໍໄດ້ຜ່ານບົດບັນທຶກ ພ້ອມທັງເຊັນບົດບັນທຶກມອບ-ຮັບຢ່າງເປັນທາງການ.

    ໃນໂອກາດດັ່ງກ່າວ, ທ່ານປະທານ ກໍໄດ້ມີຄຳເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງໂຄງການ ແລະ ຜູ້ຮັບເໝົາສ້ອມແປງເສັ້ນທາງດັ່ງກ່າວ. ພ້ອມນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານ ຈົ່ງພ້ອມກັນປົກປັກຮັກສາເສັ້ນທາງໃຫ້ສາມາດນຳໃຊ້ໄດ້ຢ່າງຍາວນານ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.