ໃນວັນທີ 5 ຕຸລາ 2022, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງອຸດົມໄຊ ໄດ້ຮັບແຈ້ງຄວາມຈາກເຈົ້າໜ້າທີຕຳຫຼວດ ປກສ ແຂວງບໍລິຄຳໄຊ ວ່າ: ເວລາ 5 ໂມງເຊົ້າຂອງວັນທີ 4 ຕຸລາ 2022, ໄດ້ມີຄົນຮ້າຍມາລັກຊັບ ປະເພດລົດກະບະ TOYOTA REVO ສີຂາວ ໝາຍເລກທະບຽນ ກໍາແພງນະຄອນ 3366 ຈໍານວນ 01 ຄັນ ຂອງປະຊາຊົນທີ່ຈອດ
ໄວ້ຢູ່ສວນຢາງພະລາ ເຂດບ້ານແຄນຢອງ ເມືອງບໍລິຄັນ ແຂວງບໍລິຄຳໄຊ ເປົ້າໝາຍໄດ້ຂັບຂີ່ລົດຄັນດັ່ງກ່າວມຸ່ງໜ້າໄປຕາມເສັ້ນທາງເລກ 13 ເໜືອ. ສະນັ້ນ,ຄະນະບັນຊາວິຊາສະເພາະກອງບັນຊາການ ປກສ ແຂວງອຸດົມໄຊ ຈຶ່ງແຕ່ງຕັ້ງພະນັກງານລົງເຄື່ອນໄຫວລັດສະກັດ ເພື່ອກວດກາຕາມຈຸດເສັ້ນທາງ. ເວລາຕໍ່ມາ, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ຈຶ່ງສາ ມາດກັກຕົວຜູ້ກະທຳຜິດໄດ້ 1 ຄົນ ພ້ອມທັງຂອງກາງ ລົດກະບະລີໂວ 1 ຄັນ.
ຜ່ານການສືບສວນ-ສອບສວນ, ທ້າວ ເຢີຊົງ ອາຍຸ 23 ປີ, ສັນຊາດລາວ, ອາຊີບເຮັດສວນ, ຢູ່ບ້ານຜາໄລ ເມືອງບໍລິຄັນ ແຂວງບໍລິຄຳໄຊ ໄດ້ໃຫ້ການຮັບສາລະພາບວ່າ ຜູ້ກ່ຽວ ແລະ ພັກພວກ ຈຳນວນ 2 ຄົນ ໄດ້ລົງມືລັກລົດຄັນດັ່ງກ່າວແທ້ ເພື່ອຈະນຳໄປຂາຍອອກຢູ່ແຂວງບໍ່ແກ້ວ ມາຮອດຈຸດກວດກາ ຫຼັກກິໂລແມັດທີ່ 24 ລະຫວ່າງເສັ້ນທາງເມືອງໄຊ – ເມືອງນາໝໍ້ ຈຶ່ງຖືກເຈົ້າໜ້າທີ່ຕຳຫຼວດກັກຕົວ ພ້ອມຂອງກາງມາດຳເນີນຄະດີ.
ມາຮອດໃນຄັ້ງວັນທີ 26-27 ຕຸລາ 2022 ເຈົ້າໜ້າທີ່ກອງວິຊາສະເພາະຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ຈຶ່ງໄດ້ຈັດພິທີມອບ-ຮັບ ພາຫະນະຈຳນວນດັ່ງກ່າວໃຫ້ແກ່ເຈົ້າຂອງຊັບເດີມຢ່າງເປັນທາງການ ໃນນີ້ ມີພາຫະນະລົດຈັກຢີ່ຫໍ້ HONDA WAVE 100 ຈໍານວນ 6 ຄັນ, HONDA CLICK-I 125 cc ຈຳນວນ 01 ຄັນ ແລະ ລົດກະບະ TOYOTA REVO ຈໍານວນ 01 ຄັນ ໂດຍຊ່ອງໜ້າເຈົ້າໜ້າທີ່ ພະແນກກ່ຽວຂ້ອງ ພ້ອມດ້ວຍເຈົ້າຂອງຊັບເຂົ້າຮ່ວມ.
ຕໍ່ກັບສະພາບປະກົດການດັ່ງກ່າວ, ຈຶ່ງຮຽກຮ້ອງມາຍັງຜູ້ປະກອບການທຸກພາກສ່ວນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຈົ່ງພ້ອມກັນຍົກສູງສະຕິລະວັງຕົວ ແລະ ເປັນເຈົ້າການຄຸ້ມຄອງປົກປັກຮັກສາ ຊັບສິນຂອງຕົນເອງໃຫ້ມີຄວາມຮັບປະກັນ ແລະ ປອດໄພ ເພື່ອບໍ່ໃຫ້ເກີດມີຊ່ອງຫວ່າງ ແກ່ພວກກຸ່ມຄົນບໍ່ດີທີ່ເຄື່ອນໄຫວລັກຊັບ.