ປະກາດຫາພີ່ນ້ອງ ຜູ້ເສຍຊີວິດ ຊື່ ທ້າວຕຸ້ຍ ອາຍຸ ປະມານ 32 ປີ ບໍ່ຮູ້ບ້ານເກີດເມືອງນອນ

    0
    41

    ຂ່າວ ປກສ ນະຄອນຫລວງວຍງຈັນ ລາຍງານໃຫ້ຮູ້ວ່າ: ເວລາ 8:30 ໂມງ  ວັນທີ 2 ພະຈິກ 2022 ກອງຕໍາຫຼວດນິຕິວິທະຍາ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລົງກວດກາຊັນນະສູດຊາກສົບ ຢູ່ໂຮງເຢັນ ໂຮງໝໍມະໂຫສົດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ທີ່ເສຍຊີວິດ ຢູ່ຈຸດກໍ່ສ້າງເຮືອນ ບ້ານດອນປາໃໝ່

    ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ. ຜ່ານການກວດກາຊັນນະສູດ ແລະ ເກັບກຳຂໍ້ມູນຫຼັກຖານ ຮູ້ໄດ້ວ່າ ຜູ້ເສຍຊີວິດ ຊື່ ທ້າວ ຕຸ້ຍ ອາຍຸ ປະມານ 32 ປີ ບໍ່ຮູ້ບ້ານເກີດເມືອງນອນ ມາພັກເຊົາຢູ່ຈຸດກໍ່ສ້າງເຮືອນ ຢູ່ບ້ານດອນປ່າໃໝ່ ເມືອງສີສັດຕະນາກ ນວ.

    ສະພາບຊາກສົບ ຢູ່ທ່າຫງາຍໜ້າ, ບໍ່ມີເສື້ອຜ້ານຸ່ງ, ນຸ່ງໂສ້ງຢີນ ຂາຍາວ ສີຟ້າເທົາ, ຊາກສົບສູງ 1.65 m, ຜົມດໍາ, ໃບໜ້າຮູບໄຂ່, ຫູສາມຫຼ່ຽມ, ດັງໂມ. ກ້ອງນົມເບື້ອງຂວາມີຮ່ອງຮອຍບາດແຜ 2×6 cm ເລິກເຖິງຜົ້ງທ້ອງ ແລະ ໃນສະຖານເກີດເຫດ ພົບເຫັນມີດ 1 ດວງ ຄາດວ່າ ເສຍຊີວິດກ່ອນໜ້າເຈົ້າໜ້າທີ່ໄປເຖິງປະມານ 5 ຊົ່ວໂມງ.

    ສ່ວນສາເຫດການເສຍຊີວິດ ຢູ່ໃນຂັ້ນຕອນຂອງພະນັກງານ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ຮວບຮວມເກັບກຳຂໍ້ມູນຫຼັກຖານ ຕາມກົດໝາຍ.

    ຢູ່ໃນໄລຍະການດຳເນີນຄະດີ ຂອງເຈົ້າໜ້າທີ່ຍັງບໍ່ທັນຮູ້ໄດ້ລະອຽດຊັດເຈນ ຜູ້ປົກຄອງພີ່ນ້ອງ ຂອງຜູ້ເສຍຊີວີດ ຈຶ່ງຂໍແຈ້ງຂ່າວເສົ້າສະຫລົດໃຈນີ້ ມາຍັງຜູ້ທີ່ສົງໄສວ່າ ຊາກສົບ

    ທີ່ແຈ້ງ ເປັນຍາດພີ່ນ້ອງຂອງຕົນ ກໍໃຫ້ເຂົ້າມາພົວພັນຮັບເອົາຊາກສົບກັບເຈົ້າໜ້າທີ່ກອງຕໍາຫຼວດນິຕິວິທະຍາ ຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ເພື່ອໄປບຳເພັນງານຊາປະນາກິດສົບຕາມຮີດຄອງປະເພນີ ພາຍກຳນົດ 5 ວັນ ນັບແຕ່ມື້ແຈ້ງເປັນຕົ້ນໄປ ເຊິ່ງສາມາດຕິດຕໍ່ພົວພັນໄດ້ທີ່ເບີ 02055448382.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.