ປກສ ແຂວງວຽງຈັນ ມອບລົດຈັກທີ່ຖືກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ

    0
    122

    ປກສ ແຂວງວຽງຈັນ ມອບລົດຈັກຄືນເຈົ້າຂອງເດີມ ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງວຽງຈັນ ໄດ້ມອບລົດຈັກ YAMAHA R15 ຄືນເຈົ້າຂອງເດີມ ໃນວັນທີ 2 ພະຈິກ 2022 ຜ່ານມາ, ເຊິ່ງລົດຈັກຄັນດັ່ງກ່າວ ແມ່ນລົດຂອງ ທ້າວ ສຸກສະຫວັນ ຢູ່ບ້ານໃໝ່ໜອງຄວາຍ ເມືອງວຽງຄຳ ແຂວງວຽງຈັນ ຖືກຄົນຮ້າຍລັກໄປໃນວັນທີ 19 ມິຖຸນາ 2021.

    ເຈົ້າໜ້າທີ່ ປກສ ແຂວງວຽງຈັນ ໃຫ້ຮູ້ວ່າ: ລົດຄັນດັ່ງກ່າວ ເຈົ້າໜ້າທີ່ສາມາດເກັບກູ້ຄືນມາໄດ້ ໃນວັນທີ 2 ຕຸລາ 2022. ຈາກນັ້ນ, ກອງບັນຊາການ ໄດ້ອອກແຈ້ງການຫາເຈົ້າຂອງລົດ; ມາຮອດວັນທີ 19 ຕຸລາ 2022, ທ້າວ ສຸກສະຫວັນ ເຈົ້າຂອງລົດຈັກ ໄດ້ນຳເອົາເອກະສານລົດມາຢັ້ງຢືນເອົາລົດ ຢູ່ທີ່ກອງບັນຊາການ ປກສ ແຂວງວຽງຈັນ.

    ຜ່ານການກວດກາຂອງເຈົ້າໜ້າທີ່ ເຫັນວ່າ ລົດຈັກ YAMAHA R15 ສີດຳ ປ້າຍທະບຽນ ດຕ 9999 ວຽງຈັນ, ເລກຈັກ, ເລກຖັງ ແມ່ນຖືກຕ້ອງຕາມເອກະສານຢັ້ງຢືນ; ດັ່ງນັ້ນ, ກອງບັນຊາການ ປກສ ແຂວງວຽງຈັນ ຈຶ່ງເຫັນດີມອບຄືນໃຫ້ເຈົ້າຂອງເດີມ.

    ຕາງໜ້າມອບລົດຈັກຄັນດັ່ງກ່າວໂດຍ ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ແລະ ກ່າວຮັບໂດຍ ທ່ານ ສຸກສະຫວັນ ຢູ່ບ້ານໃໝ່ໜອງຄວາຍ ເມືອງວຽງຄຳ ແຂວງວຽງຈັນ ພ້ອມດ້ວຍພະນັກງານກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.