ອິນໂດເນເຊຍ ໂຈະໃບອະນຸຍາດຂອງບໍລິສັດຜະລິດຢານ້ຳຕື່ມອີກ 2 ແຫ່ງ ທີ່ເກີດກໍລະນີມີເ ດັ ກເ ສ ຍ ຊີວິດ

    0
    99

    ຕາມ​ຂ່າວ​ຈາກ​ຈາ​ກາ​ຕາລາຍງານໃນວັນ​ທີ 9 ​ພະຈິກ​ 2022 ນີ້ວ່າ:ສຳນັກງານ​ ອາຫານ ​ແລະ ​ຢາ ຂອງ​ອິນ​ໂດ​ເນ​ເຊຍ ​ໄດ້​ໂຈະ​ໃບ​ອະນຸຍາດ ຜະລິດ​ຢາ​ ຂອງ​ບໍລິສັດ​ ການ​ຢາ ອິນ​ໂດ​ເນ​ເຊຍ ​ເພີ່ມ​ອີກ 2​ ແຫ່ງ ຈາກກ່ອນ​ໜ້າ​ນີ້ໄດ້​ໂຈະ​ແລ້ວ 3 ​ແຫ່ງ ເຊິ່ງເປັນ​ຜູ້​ຜະລິດ​ຢາ​ຊະນິດນ້ຳ ທີ່​ມີ​ການ​ພົວພັນ​ ກໍລະນີ​ເດັກເສຍ​ຊີວິດເກືອບ 200 ຄົນ ​ຍ້ອນ​

    ພະຍາດໝາກ​ໄຂ່ຫລັງລົ້ມ​ແຫລວ ກະທັນຫັນຄື: ບໍລິສັດ PT Samco Farma ​ແລະ ​ບໍລິສັດ PT Ciubros Farma ​ໂດຍພົບ​ວ່າ: ຢານ້ຳ ຂອງທັງ 2 ບໍລິສັດນີ້ີ້ມີປະລິມານສານ​ເອທີ​ລີນ​ໄກ​ໂຄ​ລ (ethylene glycol) ແລະ ດີ​ທີ​ລີນ​ໄກ​ໂຄ​ລ (diethylene glycol) ​ໃນ​ປະລິມານຫລາຍເກີນໄປ.

    ນອກ​ນີ້​ ຍັງ​ໄດ້​ສັ່ງ​ໃຫ້​ ທັງ 2 ບໍລິສັດ ​ຢຸດ​ການ​ຂາຍ​ຢາຊະນິດ​ນ້ຳ ​ແລະ ​ທຳລາຍ​ທັງ​ໝົດ ​ເພື່ອ​ຄວາມ​ປອດ​ໄພຕໍ່​ສຸຂະພາບ. ຂະນະ​ນີ້​ເຈົ້າ​ໜ້າ​ທີ່​ ອິນ​ໂດ​ເນ​ເຊຍ ​ພວມ​ເລັ່ງ​ສືບສວນ-ສອບ​ສວນຂະ​ບວນການ​ຜະລິດ​ເພື່ອ​ກຳນົດ​ວ່າ​ຢາ​ເຫລົ່າ​ນີ້​ມີ​ສານເອທີ​ລີນ​ໄກ​ໂຄ​ລ ​ແລະ ​ດີ​ທີ​ລີນ​ໄກ​ໂຄ​ລ ​ຢູ່ໃນ​ລະດັບ​ສູງ​ໄດ້​ຢ່າງ​ແນວ​ໃດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.