ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ມອບລົດໃຫຍ່ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ

    0
    161

    ປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນລາຍງານໃຫ້ຮູ້ວ່າ: ວັນທີ 15 ພະຈິກ 2022, ຢູ່ທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ, ພັທ ແອັດດີ້ ວັນຄຳທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ພ້ອມດ້ວຍຄະນະ, ໄດ້ມອບ-ຮັບລົດກະບະ ຍີ່ຫໍ້ໂຕໂຍຕ້າ ວີໂກ້ ສີດຳ ປ້າຍທະບຽນ ກກ 4389 ຄຳມ່ວນ ທີ່ເກັບກູ້ຄືນມາໄດ້ຈາກຄົນຮ້າຍລັກໄປ ໃຫ້ເຈົ້າຂອງເດີມ ກ່າວຮັບໂດຍ ທ່ານ ແກ້ວໂອໄດ ພົງວິໄລ ເຈົ້າຂອງລົດ.

    ພັທ ແອັດດີ້ ວັນຄໍາທອງຄູນ ຫົວໜ້າ ປກສ ກຸ່ມສີວິໄລ ໃຫ້ຮູ້ວ່າ: ໃນຕອນເຊົ້າວັນທີ 15 ພະຈິກ 2022 ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ໄດ້ພົບເຫັັນລົດກະບະວີໂກ້ສີດຳ ທີ່ໄດ້ປະກາດເສຍຫາຍຢູ່ທາງສື່ສັງຄົມອອນລາຍ ພົບເຫັນຈອດໄວ້ຢູ່ຫ້ອງແຖວເຂດບ້ານຄຳຮຸ່ງ ຈຶ່ງໄດ້ຕິດຕາມສືບຄົ້ນຫາ ຈຶ່ງຮູ້ວ່າລົດຄັນດັ່ງກ່າວໄດ້ຂັບຂີ່ອອກໄປຈອດໄວ້

    ຢູ່ເຂດບ້ານໜອງພະຍາ ຈຶ່ງໄດ້ນຳກຳລັງ ເຂົ້າກວດກາ ແລະ ຈັບຕົວຜູ້ຖືກສົງໄສໄດ້ 1 ຄົນ ຊື່ທ້າວ ແຫຼ້ ຫຼື ອາ ອາຍຸ 24 ປີ, ພັກເຊົາຢູ່ບ້ານ ຄຳຮຸ່ງ ແລ້ວນຳຕົວຂຶ້ນມາສອບສວນ

    ຜ່ານການສອບສວນຂອງເຈົ້າໜ້າທີ່ ທ້າວແຫຼ້ ຫຼື ອາ ໄດ້ຍອມຮັບສາລະພາບວ່າ: ໃນຕົ້ນເດືອນພະຈິກ ຕົນເອງໄດ້ລົງໄປຊອກເຮັດວຽກຢູ່ແຂວງຄຳມ່ວນ ໃນລະຫວ່າງລໍຖ້າຊອກເຮັດວຽກນັ້ນ ມີແນວຄິດຢາກໄດ້ເງີນຈຶ່ງລົງມືລັກງັດແງະເຂົ້າຮ້ານຂາຍເຄື່ອງແຫ່ງໜຶ່ງຢູ່ເຂດເມືອງທ່າແຂກ ໄດ້ເງີນສົດປະມານ 3 ແສນກີບ, ບັດເຕີມເງີນ ລວມມູນ

    ຄ່າ 8 ແສນກີບ ແລະ ລັກເອົາລົດກະບະ ໂຕໂຍຕ້າ ວີໂກ້ສີດຳປ້າຍທະບຽນ ກກ 4389 ຄຳມ່ວນ ຂັບຂີ່ມາຊຸກເຊືອງໄວ້ຢູ່ ນະຄອນຫຼວງວຽງຈັນ, ຮອດວັນທີ 15 ພະຈິກ 2022 ຈຶ່ງຖືກເຈົ້າໜ້າທີ່ເຂົ້າຈັບຕົວ. ປັດຈຸບັນ ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ໄດ້ສົ່ງຕົວຜູ້ຖືກຫາໃຫ້ ປກສ ເມືອງໄຊທານີ ດຳເນີນຄະດີຕາມລະບຽບກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.