ເຄື່ອນຍ້າຍອັດຖິ ຂອງທ່ານ ສີທົນ ກົມມະດໍາ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ

    0
    48

    ເຄື່ອນຍ້າຍອັດຖິ ຂອງທ່ານ ສີທົນ ກົມມະດໍາ ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ(ສພຊ) ວັນທີ 20 ພະຈິກ ຜ່ານມາ, ໄດ້ມີພິທີເຄື່ອນຍ້າຍອັດຖິ ຂອງທ່ານ ສີທົນ ກົມມະດໍາ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ນະຄອນຫຼວງວຽງຈັນ ຊຶ່ງການເຄື່ອນຍ້າຍອັດ

    ຖິຄັ້ງນີ້, ນຳພາໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ມີບັນດາການນຳພັກ-ລັດ ຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.

    ທ່ານ ສີທົນ ກົມມະດຳ ເກີດວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ ຕາແສງທົ່ງຫວາຍ ເມືອງປາກຊ່ອງ ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ຊຶ່ງເປັນຄອບຄົວເຈົ້າກົກເຈົ້າເຫຼົ່າ ໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ. ເນື່ອງຈາກພໍ່ຂອງທ່ານເປັນເຈົ້າກົກເຈົ້າເຫຼົ້າຂອງ

    ຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ເປັນນັກຕໍ່ສູ້ຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ຢ່າງທະນົງອົງອາດ ແລະ ບໍ່ຍອມຈຳນົນ. ສະນັ້ນ, ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມ ເປັນພາສາລາວກຶມມຸ ຊຶ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ

    ໄດ້ຝຶກແອບວິຊາປ້ອງກັນຕົວ. ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ຮັກຄວາມເປັນທຳ, ມີຈິດໃຈເດັດດ່ຽວອົງອາດກ້າຫານ ຕໍ່ສູ້ກັບສັດຕູ ໂດຍບໍ່ຍອມກົ້ມຫົວເປັນຂ້ອຍຂ້າ ແລະ ບໍ່ຍອມຖືກກົດຂີ່ຂູດຮີດຈາກຈັກກະພັດຕ່າງດ້າວຢ່າງເດັດຂາດ ທ່ານຍອມຕາຍດີກ່ວາຍອມຈຳນົນຕໍ່ສັດຕູ. ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫຼ່ກັບພໍ່ ເພື່ອຕໍ່ສູ້ຕ້ານກັບຈັກກະພັດລ່າເມືອງຂຶ້ນຝຣັ່ງ.

    ປີ 1936 ພວກລ່າເມືອງຂຶ້ນແບບເກົ່າໄດ້ລະດົມເຫຼົ່າທັບໃນອິນດູຈີນ ຊຶ່ງໃນ 3 ແຂວງພາກໃຕ້ ມີທະຫານຫຼາຍກອງພັນ ເຊັ່ນ: ທະຫານແດງ 6 ກອງພັນ, ທັບອາກາດ 3 ກອງພັນ, ຊ້າງ 200 ໂຕ, ທະຫານມ້າ ແລະ ໝາ ສຳລັບໂຮ່ເນື້ອ ໄດ້ບຸກໂຈມຕີເຂົ້າເຂດທີ່ໝັ້ນທົ່ງຫວາຍໃນເວລາທ່ຽງຄືນ ພວກມັນໄດ້ເຂັ່ນຂ້າປະຊາຊົນຢ່າງໂຫດຮ້າຍ

    ປ່າເຖື່ອນ, ທະຫານ ແລະ ປະຊາຊົນຖືກທຳຮ້າຍ, ປາບປາມ, ຈັບກຸມ ແລະ ຈູດເລົາເຜົາຜານເຮືອນຊານບ້ານຊ່ອງ ຕະຫຼອດຮອດສັດສາວາສິ່ງຈົນໝົດກ້ຽງ. ທ່ານ ສີທົນ ກົມມະດໍາ ໄດ້ນໍາພາທະຫານຕໍ່ສູ້ຢ່າງພິລະອາດຫານ ສາມາດຜ່າວົງລ້ອມຂອງສັດຕູ ແລະ ອົບພະຍົບຄອບຄົວພໍ່ແມ່, ລູກເມຍໄປລີ້ຊ່ອນຢູ່ສຳນັກລັບແຫ່ງໜຶ່ງໄດ້ສໍາເລັດ, ທ່ານ

    ໄດ້ເຄື່ອນໄຫວຕໍ່ສູ້ຕ້ານກັບທະຫານປາກຕີຊັງ ຂອງພວກລ່າເມືອງຂຶ້ນແບບເກົ່າ ທັງອອກຊອກຫາສະບຽງອາຫານມາລ້ຽງຄອບຄົວ ແລະ ກອງທະຫານຈຳນວນ 100 ກວ່າຊີວິດ ແຕ່ຍ້ອນພວກລ່າເມືອງຂຶ້ນແບບເກົ່າ ເຄື່ອນໄຫວຊອກຫາບ່ອນລີ້ຊ່ອນຂອງຄອບຄົວທ່ານ ສີທົນ ກົມມະດໍາ ພວກມັນທັງຈຳກັດຮັດແຄບການໄປມາຫາສູ່ຂອງປະຊາຊົນ ແລະ

    ກຸ່ມຄົນທີ່ບໍ່ຫວັງດີຈໍານວນໜຶ່ງ ຢາກໃຫ້ທ່ານພ້ອມດ້ວຍຄອບຄົວເຂົ້າຍອມຈຳນົນກັບພວກຝຣັ່ງ ເພື່ອຮັກສາຊີວິດເອົາໄວ້ ແຕ່ທ່ານໄດ້ຕອບປະຕິເສດ ແລະ ບໍ່ຍອມຈຳນົນຢ່າງເດັດຂາດ.

    ປີ 1936 ທ່ານ ສີທົນ ກົມມະດຳ ໄດ້ຕັດສິນໃຈນຳພາທະຫານອອກຈາກເຂດລີ້ຊ່ອນ ມຸ່ງໜ້າໄປທາງບ້ານໜອງເຂືອງນ້ອຍ ລະຫວ່າງການເດີນທາງ ທ່ານພ້ອມດ້ວຍທະຫານຖືກວົງດັກສະກັດຂອງສັດຕູ ພວກມັນໄດ້ຍິງປືນສຸມໃສ່ເຮັດໃຫ້ທ່ານໄດ້ຮັບບາດເຈັບ ແລະ ຖືກຈັບເຂົ້າຄຸກມືດ ທີ່ເມືອງປາກເຊ ແຂວງຈຳປາສັກ ເປັນເວລາ 3 ເດືອນ ແລະ ໄດ້

    ຖືກສົ່ງຕົວຂຶ້ນມາວຽງຈັນດ້ວຍເຮືອໃຫຍ່ ພວກມັນໄດ້ເອົາສາຍໂສ້ຮັດຄໍ (ຄາໃສ່ຄໍ) ໃສ່ກັບມື ແລະ ລ່າມໂສ້ຂາທັງສອງໄວ້, ໃນຄຸກແຫ່ງນີ້ຖືກໃຊ້ແຮງງານທຸບຕີທໍລະມານ ເຮັດວຽກຕາມຄຳສັ່ງບໍ່ມີກໍານົດເວລາ. ທ່ານໄດ້ຖືກເອີ້ນຂຶ້ນສານ ແລະ ໄດ້ປະກາດຫຼຸດຜ່ອນໂທດລົງ ຖືກຈຳຄຸກ 20 ປີ. ຈາກນັ້ນມາເຖິງຕົ້ນປີ 1940 ທ່ານ ສີທົນ ກົມມະດຳ ໄດ້

    ຖືກຍ້າຍຈາກຄຸກວຽງຈັນ ແລະ ໄປເຂົ້າຄຸກຢູ່ພາກ ເໜືອສຸດຂອງປະເທດລາວ ຄືແຂວງຜົ້ງສາລີ. ໃນຄຸກແຫ່ງນີ້ປຽບເໝືອນຂຸມນາລົກຂອງນັກໂທດ ໄດ້ຮັບຄວາມທຸກທໍລະມານຢ່າງແສນສາຫັດ ຖືກໃຊ້ວຽກງານໜັກກວ່າສັດເດຍລະສານ ກິນບໍ່ອີ່ມ, ນຸ່ງຫົ່ມບໍ່ພຽງພໍ, ບໍ່ມີເວລາພັກຜ່ອນ, ເຮັດວຽກແຕ່ເຊົ້າຈົນມືດຄ່ຳ ຮ່າງກາຍບໍ່ໄດ້ມີຄວາມເປັນອິດສະຫຼະພາບ, ສອງຂາຖືກລ່າມໂສ້, ສອງມືໃສ່ກັບມື, ຄໍຖືກໃສ່ຄາໄວ້.

    ປີ 1945 ເກີດສົງຄາມໂລກຄັ້ງທີສອງ ພວກລ່າເມືອງຂຶ້ນຝຣັ່ງຖືກຂັບໄລ່ ໃຫ້ລ່າຖອຍອອກໄປຈາກລາວ, ພວກລ່າເມືອງຂຶ້ນແບບເກົ່າ ທີ່ເຄື່ອນໄຫວຢູ່ຜົ້ງສາລີ ແຕກໜີໄປຢູ່ແຂວງຢຸນນານ ປະເທດຈີນ, ທັງເກນເອົານັກໂທດຈຳນວນໜຶ່ງ ຂົນຍ້າຍແບກຫາມເຄື່ອງໃຊ້ໃຫ້ພວກມັນ, ສ່ວນນັກໂທດທີ່ເຫຼືອໄດ້ຖືກສັ່ງໃຫ້ປ່ອຍຕົວ; ໃນນັ້ນ, ມີທ່ານ ສີ

    ທົນ ກົມມະດຳ ທ່ານໄດ້ຊວນເອົາໝູ່ອີກ 4 ຄົນ ເດີນທາງລຽບລົງຕາມແຄມແມ່ນ້ຳອູ ຈົນມາເຖິງແຂວງຫຼວງພະບາງ ທ່ານພ້ອມດ້ວຍໝູ່ ໄດ້ໄປສະເໜີຕົວຕໍ່ອຳນາດການປົກຄອງແຂວງຫຼວງພະບາງ ເພື່ອຂໍໃບເດີນທາງລົງພາກໃຕ້, ແຕ່ທ່ານພັດຖືກຈັບເຂົ້າຄຸກຢູ່ຫຼວງພະບາງອີກເປັນເວລາ 6 ເດືອນ ແລະ ໃນເດືອນຕຸລາ 1945 ຄະນະລາວເປັນ

    ລາວ ໄດ້ເຮັດລັດຖະປະຫານໂຄ່ນລົ້ມສັກດີນາຢູ່ເມືອງຫຼວງພະບາງ ແລະ ໄດ້ເປີດຄຸກປ່ອຍນັກໂທດທັງໝົດ, ທ່ານ ສີທົນ ກົມມະດຳ ໄດ້ຖືກປົດປ່ອຍອອກຈາກຄຸກອີກຄັ້ງ ຈາກນັ້ນ, ມາຮອດວັນທີ 1 ພະຈິກ 1945 ທ່ານໄດ້ສະໝັກເຂົ້າເປັນທະຫານ ແລະ ໄດ້ເດີນທາງຂຶ້ນພາກເໜືອ ເພື່ອປົດປ່ອຍແຂວງຊຽງຂວາງ ຈາກນັ້ນ, ກອງທະຫານໄດ້ເດີນທາງມາວຽງຈັນ ແລະ ທ່ານກໍໄດ້ເປັນທະຫານປ້ອງກັນຕົວເມືອງວຽງຈັນ.

    ຕົ້ນປີ 1946 ພວກລ່າເມືອງຂຶ້ນແບບເກົ່າ ໄດ້ກັບມາຮຸກຮານລາວອີກຄັ້ງ ບັ້ນຮົບທ່າແຂກວັນທີ 21 ມີນາ 1946 ຊຶ່ງບັນຊາໂດຍ ສະເດັດເຈົ້າສຸພານຸວົງ ໄດ້ສິ້ນສຸດລົງດ້ວຍຄວາມເຈັບແຄ້ນ ຊຶ່ງໄດ້ນໍາເອົາຄວາມໂສກເສົ້າ ແລະ ເຈັບປວດມາສູ່ປວງຊົນລາວ, ເປັນເຫດການປະຫວັດສາດທີ່ມີການຕໍ່ສູ້ຢ່າງອົງອາດກ້າຫານ, ສະເດັດເຈົ້າສຸພານຸວົງ ແລະ

    ທະຫານຈຳນວນໜຶ່ງ ໄດ້ຂ້າມຂອງໄປລີ້ໄພຢູ່ຝັ່ງໄທ, ທ່ານ ສີທົນ ກົມມະດຳ ກໍໄດ້ຂ້າມຂອງໄປເຄື່ອນໄຫວຢູ່ແຖວຈັງຫວັດໜອງຄາຍ ແລະ ອຸດອນ (ປະເທດໄທ) ທ້າຍປີ 1946 ທ່ານ ສີທົນ ກົມມະດຳ ໄດ້ພົບກັບ ສະເດັດເຈົ້າສຸພານຸວົງ ທີ່ຈັງຫວັດອຸດອນເປັນຄັ້ງທຳອິດ ແລະ ໄດ້ຮ່ວມມືກັນດໍາເນີນການຕໍ່ສູ້ ຕ້ານພວກລ່າເມືອງຂຶ້ນແບບເກົ່າ ຢູ່

    ລຽບຕາມຊາຍແດນລາວ-ໄທ ແຖວຈັງຫວັດອຸບົນລາດຊະທານີ ແລະ ຫຼັງຈາກນັ້ນ ທ່ານ ສີທົນ ກົມມະດຳ ຖືກແຕ່ງຕັ້ງໃຫ້ເປັນຜູ້ບັນຊາກອງຮ້ອຍໄຊຈັກກະພັດ ເພື່ອດໍາເນີນການຕໍ່ສູ້ຕາມຊາຍແດນລາວ-ໄທ. ພ້ອມກັນນັ້ນ, ກໍໄດ້ບຸກໂຈມຕີສັດຕູຢູ່ເຂດພາກໃຕ້ຂອງລາວ ແລະ ໄດ້ຮັບໄຊຊະນະຫຼາຍຄັ້ງ ຈົນເຮັດໃຫ້ຊື່ສຽງຮຽງນາມຂອງກອງຮ້ອຍໄຊຈັກກະພັດລືຊາໄປທົ່ວພາກໃຕ້ຂອງລາວ.

    ເດືອນກຸມພາ ປີ 1949 ຄະນະກຳມະການຕໍ່ຕ້ານເຂດໃຕ້ຂອງລາວ ໄດ້ຮັບການສ້າງຕັ້ງຂຶ້ນ ທ່ານ ສີທົນ ກົມມະດຳ ກໍໄດ້ຖືກແຕ່ງຕັ້ງເປັນປະທານເຂດ ທັງເປັນຜູ້ບັນຊາການທະຫານປະຈໍາເຂດໃຕ້ຂອງລາວ ແລະ ໃນວັນທີ 13 ສິງຫາ ປີ 1950 ກອງປະຊຸມແນວລາວອິດສະຫຼະຄັ້ງທຳອິດ ໄດ້ເປີດຂຶ້ນ ໂດຍສະເດັດເຈົ້າສຸພານຸວົງ ໄດ້ຖືກເລືອກຕັ້ງເປັນ

    ປະທານແນວລາວອິດສະຫຼະະ, ທ່ານ ສີທົນ ກົມມະດຳ ກໍໄດ້ຮັບການເລືອກຕັ້ງເປັນຮອງປະທານແນວລາວອິດສະຫຼະ ແລະ ທ່ານໄດ້ໄປຮ່ວມກອງປະຊຸມສັນຕິພາບໂລກ ຢູ່ນະຄອນຫຼວງວຽນ ປະເທດໂອຕຣິດ ພ້ອມກັບ ທ່ານ ໜູຮັກ ພູມສະຫວັນ ໃນປີ 1952 ແລະ ທ່ານໄດ້ລົງເຄື່ອນໄຫວປັບປຸງການຈັດຕັ້ງ ຈາກຂັ້ນບ້ານເຖິງຂັ້ນແຂວງຄືນໃໝ່

    ຢູ່ແຂວງຜົ້ງສາລີ ໃນປີ 1953-1954 ແລະ ປີ 1955 ກອງທັບປະຊາຊົນລາວ ໄດ້ສ້າງຕັ້ງໂຮງຮຽນນາຍທະຫານ ກົມມະດຳ ຊັ້ນຕົ້ນ ແລະ ຊັ້ນກາງຂຶ້ນ ຢູ່ 2 ແຫ່ງ ຄື ແຂວງຜົ້ງສາລີ ແລະ ແຂວງຫົວພັນ.

    ວັນທີ 6-31 ມັງກອນ 1956 ຄະນະກໍາມະການແນວລາວອິດສະຫຼະ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂຶ້ນ ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ລົງມະຕິປ່ຽນຊື່ແນວລາວອິດສະຫຼະ ມາເປັນແນວລາວຮັກຊາດ, ພ້ອມທັງໄດ້ຮັບເອົາໂຄງການການເມືອງ ແລະ ກົດລະບຽບຂອງແນວລາວຮັກຊາດ ຊຶ່ງກອງປະຊຸມຄັ້ງນີ້ ທ່ານ ສີທົນ ກົມມະດຳ ໄດ້ຮັບ

    ເລືອກຕັ້ງເປັນຮອງປະທານແນວລາວຮັກຊາດ ແລະ ໄດ້ເຂົ້າຮ່ວມກອງປະຊຸມນັກຮົບແຂ່ງຂັນທົ່ວປະເທດ ທີ່ໄດ້ຈັດຂຶ້ນຢູ່ບ້ານດ່ານ ເມືອງໂສຍ ແຂວງຫົວພັນ.

    ປີ 1957 ລັດຖະບານປະສົມ ຄັ້ງທີ I ໄດ້ຮັບການຈັດຕັ້ງຂຶ້ນ ທ່ານ ສີທົນ ກົມມະດຳ ໄດ້ລົງສະໝັກເລືອກຕັ້ງຜູ້ແທນລາດຊະດອນ ຢູ່ແຂວງສາລະວັນ ແລະ ໄດ້ເປັນຜູ້ແທນລາດຊະດອນ ຂອງລັດຖະບານປະສົມ ຄັ້ງທີ I ຢູ່ທີ່ວຽງຈັນ ແລະ ມາຮອດວັນທີ 12 ພຶດສະພາ ຂອງປີດຽວກັນ ລັດຖະບານຝ່າຍຂວາ ໄດ້ນຳກຳລັງຕໍາຫຼວດໄປກັກຂັງບໍລິເວນ

    ເຮືອນພັກບັນດາຜູ້ແທນແນວລາວຮັກຊາດ ເຮັດໃຫ້ທ່ານ ສີທົນ ກົມມະດຳ ພ້ອມດ້ວຍຜູ້ນຳທັງໝົດ 16 ທ່ານ ຖືກຈັບ ແລະ ສົ່ງຕົວເຂົ້າຄຸກຢູ່ທີ່ຄ້າຍໂພນເຄັງ ໃນວັນທີ 28 ກໍລະກົດ 1959.

    ມາໃນວັນທີ 24 ພຶດສະພາ 1960 ທ່ານ ສີທົນ ກົມມະດຳ ພ້ອມການນໍາທີ່ຖືກກັກຂັງ ໄດ້ຮັບການຊ່ວຍເຫຼຶອ ແລະ ໂຕນອອກຈາກຄຸກໂພນເຄັງຢ່າງປອດໄພ. ຈາກນັ້ນ, ທ່ານໄດ້ລົງໄປເຄື່ອນໄຫວຂົນຂວາຍ ຢູ່ 4 ແຂວງພາກໃຕ້ ແລະ ໄດ້ເອົາທະຫານຈຳນວນໜຶ່ງ ໄປຕີປົດສັດຕູ ຢູ່ບ້ານພັກກູດໃຫຍ່, ຈົນຮອດວັນທີ 6 ກັນຍາ ປີ 1961 ທ່ານ

    ຈຶ່ງໄດ້ກັບຄືນແຂວງຫົວພັນ ທ່ານໄດ້ລົງຂົນຂວາຍປະຊາຊົນ ຢູ່ເມືອງຊຳໃຕ້ ແຂວງຫົວພັນ, ຫຼວງພະບາງ ແລະ ໄດ້ລົງຂົນຂວາຍຮາກຖານການປະຕິວັດ ຢູ່ແຂວງຄຳມ່ວນ ຊຶ່ງແມ່ນເຂດຍາດແຍ່ງລະຫວ່າງຝ່າຍແນວລາວຮັກຊາດກັບ ຝ່າຍສັດຕູ ແລະ ໃນວັນທີ 6 ມີນາ 1965 ທ່ານລົງຢ້ຽມຢ້າມ ແລະ ລົງຂົນຂວາຍປະຊາຊົນ ຢູ່ແຂວງສະຫວັນນະເຂດ

    ແລະ ແຂວງຈຳປາສັກ. ຈາກນັ້ນ 1965-1975 ທ່ານໄດ້ເຄື່ອນໄຫວວຽກງານພາຍໃນ ແລະ ຕ່າງປະເທດ ຕາມທີ່ການຈັດຕັ້ງພັກ-ລັດ ມອບໝາຍໃຫ້.
    ພາຍຫຼັງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ ໃນວັນທີ 2 ທັນວາ ປີ 1975 ປະເທດໄດ້ຮັບການສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,

    ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ໄຂຂຶ້ນຢູ່ນະຄອນຫລວງວຽງຈັນ ເປັນຄັ້ງທໍາອິດ. ທ່ານໄດ້ຮັບການເລືອກຕັ້ງເປັນຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

    ໃນພິທີເຄື່ອນຍ້າຍອັດຖິຄັ້ງນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ຕາງໜ້າໃຫ້ແກ່ການນຳພັກ-ລັດ ກໍຄືສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຂໍຈົດຈຳຄຸນງາມຄວາມດີ ແລະ ຜົນງານຂອງທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນຫຼົງລືມ. ຄຸນງາມຄວາມດີຂອງທ່ານ ຍັງຝັງ

    ເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີ, ວິຖີຊີວິດ, ຄວາມຕັ້ງໃຈເດັດດ່ຽວ, ຄວາມເສຍສະຫຼະທີ່ຍິ່ງໃຫຍ່ຂອງທ່ານຈະເປັນບົດຮຽນທີ່ດີ ໃຫ້ແກ່ຄົນຮຸ່ນຫຼັງໄດ້ເອົາເປັນແບບຢ່າງໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆໄປ. ຈາກຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບ

    ສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫຼັກ 24 ຢ່າງສົມກຽດ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.