ໃນມື້ນີ້, ກະຊວງສຶກສາທິການ ແລະ ກິລາ (MoES), ອົງການອາຫານໂລກແຫ່ງ ສະຫະປະຊາຊາດ (WFP), ແລະ ອົງການຊ່ວຍເຫຼືອເພື່ອການພັດທະນາສາກົນແຫ່ງ ສປ ຈີນ (CIDCA) ໄດ້ລົງນາມ ໃນຂໍ້ຕົກລົງສະບັບໃໝ່ທີ່ນະຄອນຫຼວງວຽງຈັນ, ໂດຍ ສປ ຈີນ ສະໜອງການຊ່ວຍເຫຼືອລ້າດ້ານສະບຽງອາຫານປະເພດ ອາຫານເພີ້ມໃຫ້ແກ່ໂຄງການອາຫານທ່ຽງໃນໂຮງຮຽນຂອງລັດຖະບານ ສປປ ລາວ !!!
ການຊ່ວຍເຫຼືອລ້າດັ່ງກ່າວແມ່ນເພື່ອຊ່ວຍລັດຖະບານລາວບັນລຸເປົ້າໝາຍໃນການຫຼຸດຜ່ອນອັດຕາການຂາດສານອາຫານໃນເດັກນ້ອຍເຊິ່ງ ສປ ຈີນ ໄດ້ສະໜອງ ເຂົ້າສານຈ້າວ ແລະ ປາກະປ໋ອງ ເຂົ້າໃນໂຄງການອາຫານທ່ຽງ ເພື່ອເປັນການເພີ່ມອາຫານທ່ຽງໃຫ້ນັກຮຽນຊັ້ນປະຖົມຈຳນວນ 132,450 ຄົນ ຢູ່ 1,400 ກວ່າແຫ່ງໃນ ສປປ ລາວ.
ເຂົ້າສານຈຳນວນ 930 ໂຕນ ແລະ ປາກະປ໋ອງ 120 ໂຕນ ທີ່ ສປ ຈີນ ສະໜອງຜ່ານທາງອົງການອາຫານໂລກ ຈະຊ່ວຍໃຫ້ກະຊວງສຶກສາທິການ ແລະ ກິລາ ສາມາດນຳໄປຈັດຕັ້ງປະຕິບັດວຽກງານອາຫານໃນໂຮງຮຽນແຫ່ງຊາດຢູ່ 31 ເມືອງ ໃນ 8 ແຂວງ ເຊິ່ງຈະເລີ່ມຈັດຕັ້ງໃນພາກຮຽນທີ່ຈະມາເຖິງນີ້. ໂຄງການອາຫານທ່ຽງໃນໂຮງຮຽນແມ່ນ
ແຜນງານລະດັບຊາດທີ່ເລີ້ມຕົ້ນດ້ວຍການສະໜັບສະໜູນຈາກອົງການອາຫານໂລກນັບຕັ້ງແຕ່ປີ 2010 ເປັນຕົ້ນມາວຽກງານດັ່ງກ່າວໄດ້ຂະຫຍາຍຈາກ 56 ໂຮງຮຽນໃນ 2 ແຂວງ ໄປເປັນ 1,700 ກວ່າໂຮງຮຽນໃນ 12 ແຂວງ ໃນປີ 2022.
ໂຄງການດັ່ງກ່າວເປັນໂຄງການໜຶ່ງໃນຊຸດທໍາອິດຫຼັງຈາກທຶນການຮ່ວມມືໃຕ້ໃຕ້ ໄດ້ກາຍເປັນໂຄງການພັດທະນາຂອງໂລກ ແລະການຮ່ວມມືໃຕ້ໃຕ້ ພາຍໃຕ້ຂໍ້ລິເລີ່ມພັດທະນາໂລກຂອງລັດຖະບານຈີນ. ສະຫາຍປະທານປະເທດ ສີຈິ້ນຜິງ ໄດ້ສະເໜີຂໍ້ລິເລີ່ມພັດທະນາໂລກ (GDI) ໃນກອງປະຊຸມໃຫຍ່ສະຫະປະຊາຊາດຄັ້ງທີ 76 ເພື່ອຊຸກຍູ້ການພັດທະນາ
ຂອງໂລກກ້າວເຂົ້າສູ່ຂັ້ນຕອນໃໝ່ທີ່ມີການເຕີບໂຕອັນສົມດູນ ມີຜົນປະໂຫຍດຕໍ່ແຕ່ລະຝ່າຍ ແລະມີການຮ່ວມມືປະສິດທິຜົນ. ໂຄງການGDIແມ່ນສຸມໃສ່ການຫລຸດຜ່ອນຄວາມທຸກຍາກ ການຄໍ້າປະກໍາສະບຽງອາຫານ ການຕ້ານແຜ່ລະບາດຂອງພະຍາດ ການສະໜອງທຶນເພື່ອພັດທະນາ ການພັດທະນາແບບສີຂຽວ ແລະ ການຫັນເປັນ ອຸດສາຫະກໍາ ແລະການເຊື່ອມຈອດ.
ການສະໜອງອາຫານໃນໂຮງຮຽນເປັນເຄື່ອງມືຢັ້ງຢືນໃນທົ່ວໂລກວ່າມີຄວາມສຳຄັນໃນການຮັບປະກັນການ ເຂົ້າເຖິງການສຶກສາທີ່ເທົ່າທຽມ, ເປັນການສົ່ງເສີມດ້ານສຸຂະພາບ ແລະ ໂພຊະນາການທີ່ດີສໍາລັບເດັກນ້ອຍໃນ ສປປ ລາວ, ເປົ້າໝາຍຫຼັກຂອງແຜນງານແມ່ນແນ່ໃສ່ເດັກນ້ອຍໃນເຂດຊົນນະບົດຫ່າງໄກສອກຫຼີກທີ່ປະເຊີນກັບສິ່ງທ້າທາຍ ຫຼາຍ
ດ້ານເຊັ່ນ: ດ້ານການຄໍ້າປະກັນສະບຽງອາຫານ, ຄວາມທຸກຍາກ ແລະ ການສຶກສາ. ດ້ວຍເຫດນີ້, ວຽກງານນີ້ຈຶ່ງມີ ຄວາມສຳຄັນໃນການຫຼຸດຜ່ອນຊ່ອງຫວ່າງ ແລະ ເປັນການປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນມະນຸດຂອງປະເທດ. ນອກຈາກການສະໜອງອາຫານໃນໂຮງຮຽນ, ອົງການອາຫານໂລກຍັງສະໜອງການຊ່ວຍເຫຼືອ
ດ້ານອື່ນໆ ໃຫ້ແກ່ໂຮງຮຽນເຊັ່ນ: ການຕິດຕັ້ງນ້ຳສະອາດ, ບ່ອນລ້າງມື ແລະ ສຸຂະອະນາໄມ, ຊ່ວຍເຫຼືອຊຸມຊົນໃນການສ້າງ ເຮືອນຄົວ, ສາງເກັບເຄື່ອງ ແລະ ສວນຄົວໃນໂຮງຮຽນ. ນອກຈາກນີ້ຍັງມີກິດຈະກຳທີ່ສົ່ງເສີມການຮຽນຮູ້ໜັງສື, ສະໜອງ ເຮືອນຮົ່ມ ແລະ ໜອງປາໃຫ້ແກ່ຊຸມຊົນ. ນັບແຕ່ປີ 2019, ອົງການອາຫານໂລກໄດ້ຫັນການ
ພັດທະນາໂດຍມູ່ງໜ້າໄປ ສູ່ການພັດທະນາແບບຍືນຍົງ, ຫັນປ່ຽນຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດໃຫ້ແກ່ຊຸມຊົນ ແລະ ຄະນະບໍລິຫານການສຶກສາທຸກຂັ້ນ ໂດຍສະໜອງການຊ່ວຍເຫຼືອດ້ານວິຊາການ ແລະ ໂອນຖ່າຍເຂົ້າໃນລະບົບການຄຸ້ມຄອງແຫ່ງຊາດ.
ໃນຊຸມປີທີ່ຜ່ານມາ, ການດຳເນີນໂຄງການອາຫານໃນໂຮງຮຽນຂອງ ອົງການອາຫານໂລກ ຢູ່ ສປປ ລາວ ໄດ້ຮັບຜົນປະໂຫຍດຈາກການປະກອບສ່ວນຂອງພາກເອກະຊົນຈີນ. ໃນຄັ້ງນີ້, ແມ່ນເປັນການສະໜອງຄັ້ງທຳອິດຂອງລັດຖະ ບານ ສປ ຈີນ, ໂດຍທີ່ປຶກສາສະຖານທູດຈີນ ທ່ານ ຊຽງ ຟາງຈຽງ ແລະ ລັດຖະມົນຕີກະຊວງສຶກສາທິການ ແລະ
ກິລາ ທ່ານ ຮອງ ສ ຈ. ດ ຣ. ພຸດ ສີມ ມາ ລາ ວົງ, ລັດ ຖະ ມົນ ຕີ ກະ ຊວງ ສຶກ ສາ ທິ ການ ແລະ ກິ ລາ, ແລະ ອົງການອາ ຫານໂລກ ຈະສືບຕໍ່ສຸມໃສ່ເພີ່ມທະວີການຮ່ວມມືກັບ ສປຈີນ ເພື່ອສະໜອງການສະໜັບສະໜູນໃຫ້ແກ່ ສປປ ລາວ.
ພະນະທ່ານ ຮອງສາສະດາຈານ ດຣ. ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ “ການສະໜັບສະໜູນເຂົ້າສານຈ້າວ ຈໍານວນ 930 ໂຕນ ແລະ ປ໋ອງປາຈໍານວນ 120 ໂຕນ ຈາກລັດຖະບານ ສປ ຈີນ ໃນຄັົ້ງນີົ້ແມ່ນມີຄວາມສໍາຄັນຫຼາຍ ຊ່ວຍຕືີ່ມເຕັມຄາບອາຫານທ່ຽງຂອງນູ້ອງ ນັກຮຽນໃຫ້ມີໂພຊະນາການ
ເພີີ່ມຂຶ້ນ, ທັງເປັນການສະແດງເຖິງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນສອງຊາດ ທີີ່ມີມາຍາວນານ ລະຫວ່າງ ສປປ ລາວ ແລະ ສປ ຈີນ.”
ທີ່ປຶກສາສະຖານທູດຈີນ ທ່ານ ຊຽງ ຟາງຈຽງໄດ້ກ່າວວ່າ “ຝ່າຍຈີນຈະສືບຕໍ່ຮ່ວມມືນໍາລັດຖະບານລາວ WFP ແລະບັນດາໝູ່ເພື່ອນພັດທະນາ ຢ່າງແໜ້ນແຟ້ນ ຮ່ວມກັນປະຕິບັດໂຄງການGDI ຊຸກຍູ້ລະດັບການແລກປ່ຽນແລະການຮ່ວມມືນໍາໂລກ ເພື່ອເປັນພະລັງແຮງເຂົ້າໃນ 2030 Agenda ແລະ ຮ່ວມກັນ ສ້າງຄູ່ຮ່ວມຊາຕາກໍາຈີນລາວ ແລະປະຊາຄົມຮ່ວມຊາຕາກໍາມວນມະນຸດ.”
ທ່ານ ຢານ ເດວບາເຣີ, ຜູ້ອຳນວຍການ ແລະ ຜູ້ຕາງໜ້າ ອົງການອາຫານໂລກປະຈຳ ສປປ ລາວ ກ່າວວ່າ: “ໂຄງການຊ່ວຍເຫຼືອດ້ານສະບຽງອາຫານນີ້ແມ່ນເປັນສ່ວນໜຶ່ງຂອງການ້ຕອບໂຕ້ຕໍ່ຜົນກະທົບທາງດ້ານເສດຖະກິດ-ສັງຄົມ ຈາກການລະບາດຂອງພະຍາດ ໂຄວິດ-19 ແລະ ວິກິດການດ້ານສະບຽງອາຫານໂລກ ຂອງອົງການອາຫານໂລກ
ໃນ ສປປ ລາວ. ໃນຂະນະດຽວກັນ, ລັດຖະບານ ສປ ຈີນ ກຳລັງຊ່ວຍເຫຼືອພວກເຮົາເພື່ອໃຫ້ບັນລຸເປົ້າໝາຍຂອງພວກເຮົາເພື່ອຮັບປະກັນຄວາມໝັ້ນຄົງ ແລະ ຍືນຍົງຂອງໂຄງການອາຫານທ່ຽງໃນໂຮງຮຽນແຫ່ງຊາດ.”
ຮູບພາບ: CRI-FM 93