ລ່າສຸດ ເຈົ້າຂອງລົດຢືນຢັນບໍ່ມີສ່ວນກ່ຽວຂ້ອງກັບຄະດີຂົນຢ າ ເ ສ ບ ຕ ິ ດລາຍໃຫຍ່ ທີ່ດ່ານໜອງຄາຍ

    0
    746

    ຫລ້າສຸດ! ວັນທີ 24 ພະຈິກ 2022 ນີ້, ເຈົ້າຂອງລົດທີ່ຂົນສົ່ງນ້ຳມັນ ກໍຄືບໍລິສັດ Buntherng Transport Co.,LTD ໄດ້ເຂົ້າພົບພ້ອມໃຫ້ປາກຄຳຕໍ່ພະນັກງານສອບ

    ສວນ ສພ.ເມືອງໜອງຄາຍ ແລະ ຢືນຢັນວ່າບໍ່ມີສ່ວນກ່ຽວຂ້ອງກັບຄະດີຢູ່ດ່ານ​ພາສີ​ໜອງຄາຍ​ ທີ່ຮ່ວມກັບເຈົ້າໜ້າທີ່ຈັບກຸມການຂົນສົ່ງຢາເສບຕິດ​ ປະເພດ​ຢາບ້າ​ 4 ລ້ານ

    ເມັດ, ຢາໄອສ໌ 10 ກິໂລ​ ແລະ​ ຢາອີ​ 5 ພັນເມດ​ ທີ່ຊຸກເຊື່ອງໃນລົດ ຂົນສົ່ງ​ນໍ້າມັນ​ທີ່ກັບຈາກການສົ່ງນໍ້າມັນມາແຕ່ ສປປ ລາວ ລວມມູນຄ່າ 100 ລ້ານ​ບາດ.

    ເຈົ້າຂອງລົດໃຫ້ຮູ້ຕື່ມວ່າ: ຈາກຄະດີດັ່ງກ່າວທາງບໍລິສັດ NTP Trading Petroleum Public Company (ບໍລິສັດ ເອັນທີພີ ການຄ້ານ້ຳມັນເຊື້ອໄຟ ມະຫາຊົນ) ແມ່ນ

    ບໍ່ມີສ່ວນກ່ຽວຂ້ອງກັບການຂົນຢາເສບຕິດ, ເປັນພຽງບໍລິສັດວ່າຈ້າງຂົນສົ່ງນ້ຳມັນຈາກປະເທດໄທ ມາສົ່ງ ສປປ ລາວ. ທັງນີ້ທັງນັ້ນສອງຝ່າຍກໍພ້ອມຈະໃຫ້ຄວາມຮ່ວມມືກັບທາງເຈົ້າໜ້າທີ່ຢ່າງເຕັມທີ່ ເພື່ອສືບສວນ-ສອບສວນຂະຫຍາຍຜົນຄະດີດັ່ງກ່າວ.

    ລ່າສຸດ ເຈົ້າຂອງລົດຢືນຢັນບໍ່ມີສ່ວນກ່ຽວຂ້ອງກັບຄະດີຂົນຢາເສບຕິດລາຍໃຫຍ່ ທີ່ດ່ານໜອງຄາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.