ບໍລິສັດສາມມິດ ມອບເງິນຈຳນວນ 50 ລ້ານ ໃຫ້ນັກກິລາກັອບ ກະຊວງ ປກສ

    0
    348

    ໃນວັນທີ 24 ພະຈິກ 2022, ທ່ານ ໄຊຄໍາ ຈິນດາ ປະທານບໍລິສັດສາມມິດ ຂາອອກ-ຂາເຂົ້າ ແລະ ບໍລິການຊິບປິ້ງ ຈໍາກັດ ໄດ້ມອບເງິນຊຸກຍູ້ຈໍານວນ 50 ລ້ານກີບ ໃຫ້ນັກກິລາກັອບທີ່ຈະເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ເປັນເຈົ້າພາບ, ຕາງໜ້າຮັບໂດຍ ພົຈວ ຄໍາສາຍ ຈັນທະວົງ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ ທັງເປັນ ຮອງຫົວໜ້າຄະນະຮັບຜິດຊອບຊີ້ນໍາລວມກິລາ ກະຊວງ ປກສ ພ້ອມດ້ວຍຄະນະຮັບຜິດຊອບແຂ່ງຂັນກິລາກັອບ ກະຊວງ ປກສ ເຂົ້າຮ່ວມ.

    ທ່ານ ໄຊຄໍາ ຈິນດາ ໄດ້ກ່າວວ່າ: ເງິນທີ່ນໍາມາມອບໃນຄັ້ງນີ້ ເປັນສ່ວນໜຶ່ງທີ່ທາງບໍລິສັດໄດ້ນໍາມາມອບໃຫ້ນັກກິລາກັອບ ກະຊວງປ້ອງກັນຄວາມສະຫງົບ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວຝຶກຊ້ອມ, ແຂ່ງຂັນ ແລະ ຊື້ອຸປະກອນຕ່າງໆ ເພື່ອອໍານວຍຄວາມສະດວກແກ່ນັກກິລາ ໃຫ້ມີຄວາມພ້ອມທຸກດ້ານ ແລະ ຍາດເອົາຫຼຽນຄໍາມາໃຫ້ ກະຊວງປ້ອງກັນຄວາມສະຫງົບ.

    ໂອກາດດັ່ງກ່າວ, ພົຈວ ຄໍາສາຍ ຈັນທະວົງ ໄດ້ຕາງໜ້າໃຫ້ນັກກິລາກັອບ ກະຊວງປ້ອງກັນຄວາມສະຫງົບ ສະແດງຄວາມຂອບໃຈຕໍ່ ບໍລິສັດສາມມິດ ຂາອອກ-ຂາເຂົ້າ ແລະ ບໍລິການຊິບປິ້ງ ຈໍາກັດ ທີ່ໄດ້ນໍາເອົາເງິນຈໍານວນດັ່ງກ່າວ ມາປະກອບສ່ວນຊຸກຍູ້ໃຫ້ຂະບວນການກິລາຂອງ ກະຊວງປ້ອງກັນຄວາມສະຫງົບ ໂດຍສະເພາະກິລາກັອບ ພ້ອມທັງໃຫ້ຄໍາໝັ້ນວ່າ ຈະນໍາໃຊ້ເງິນຈໍານວນນີ້ເຂົ້າໃນການເຄື່ອນໄຫວແຂ່ງຂັນກິລາກັອບ ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 11 ໃຫ້ເກີດຜົນປະໂຫຍດສູງສຸດ.

    ພ້ອມນີ້, ທ່ານກໍໄດ້ອວຍພອນໃຫ້ ປະທານບໍລິສັດສາມມິດ ຂາອອກ-ຂາເຂົ້າ ແລະ ບໍລິການຊິບປິ້ງ ຈໍາກັດ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມກ້າວໜ້າດ້ານການດໍາເນີນທຸລະກິດຂຶ້ນໄປເລື້ອຍໆ ແລະ ສືບຕໍ່ປະກອບສ່ວນຊຸກຍູ້ວຽກງານຂອງພັກ-ລັດຕະຫຼອດໄປ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.