ຈັບຜູ້ກໍ່່ເຫດລັກເຫລັກເສົາໄຟຟ້າ ຢູ່ແຂວງບໍລິຄຳໄຊ ມູນຄ່າຄວາມເສຍຫາຍຫລາຍວ່າ 200 ລ້ານກີບ

    0
    1185

    ຈັບຜູ້ກໍ່່ເຫດລັກເຫລັກເສົາໄຟຟ້າ ຢູ່ແຂວງບໍລິຄຳໄຊ ມູນຄ່າຄວາມເສຍຫາຍຫລກາຍວ່າ 200 ລ້ານກີບ ຂ່າວ ປກສ ແຂວງບໍລິຄຳໄຊ ລາຍງານໃຫ້ຮູ້ວ່າ: ວັນທີ 25 ພະຈິກ

    2022 ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ທ່າພະບາດ ແຂວງບໍລິຄໍາໄຊ ໄດ້ສົມທັບກັບ ພະແນກລະບົບສາຍສົ່ງພາກກາງ 2 ລົງກວດກາ ແລະ ເຮັດແຜນປະກອບຄືນຄະດີລັກເຫລັກ ແລະ ນັອດ ເສົາໄຟຟ້າແຮງສູງ 115 ກິໂລວັດ ແລວທ່າບົກ-ປາກຊັນ ຕັ້ງຢູ່ເຂດບ້ານ

    ໂພສະຫວັນ ເມືອງທ່າພະບາດ ແຂວງບໍລິຄໍາໄຊ. ທີ່ໄດ້ຄົນບໍ່ດີລັກເອົາໄປ ລວມມູນຄ່າເສຍຫາຍ 200 ລ້ານກວ່າກີບ.ເຈົ້າໜ້າທີ່ສາມາດກັກຕົວຜູ້ຖືກຫາໄດ້ 3 ຄົນມາດໍາເນີນຄະດີ ແລະ ໄຊ້ແທນຄ່າເສຍຫາຍ ຕາມລະບຽບກົດໝາຍ.

    ປັດຈຸບັນ ເຖິງແມ່ນວ່າ ບາງຄົນ, ບາງກຸ່ມໄດ້ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ, ຖືກປັບໃໝໃສ່ໂທດ ແຕ່ວ່າບັນຫາດັ່ງກ່າວ, ຍັງເກີດຂຶ້ນຢ່າງຕໍ່ເນື່ອງ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.