ລ່າສຸດອອກມາໄຂຂໍ້ຂ້ອງໃຈ ທີ່ສົງໄສວ່າໄໝກ່ຽວພັນກັບສ ິ ່ງ ເ ສ ບ ຕ ິດໄຫມຂໍຢືນຢັນລ້ານ% ວ່າໄຫມບໍ່ເຄີຍຂ້ອງກ່ຽວ

    0
    144

    ສະບາຍດີ!!!ສະຕິເດີ່ພີ່ນ້ອງ , ມື້ນີ້ໄໝຂໍມາເວົ້າເດີ່ ກ່ອນອື່ນໝົດຕ້ອງຂໍຂອບໃຈຍາດພີ່ນ້ອງ ເພື່ອນມິດສະຫາຍ ຕະຫຼອດຮອດສື່ບາງສໍານັກທີ່ຢູ່ເສີຍໆລໍຟັງເຫດຜົນ ແລະ ຄວາມເປັນຈີງກ່ອນ ຈີ່ງລົງຂ່າວ

    ຂອບໃຈຄົນຮັກແພງທີ່ທະຍອຍມາຖາມໄຖ່ ຮອດເຮືອນຮອດຊານ ນັບແຕ່ມື້ເລີ່ມມີກະແສ ແລະ ຜູ້ມາຫາບໍ່ໄດ້ ກໍ່ໂທມາຫາສະແດງຄວາມເປັນຫ່ວງເປັນໄຍ ແລະ ລໍລຸ້ນຢູ່ໃນໃຈ ແຕ່ໄໝກໍ່ຂໍຂອບໃຈ

    ປົກກະຕິແລ້ວ ໄໝຈະບໍ່ມັກຂຽນຍາວ ຢາກສື່ຫຍັງ ,ຢາກໂຄສະນາຫຍັງ ກໍ່ໄລສົດໄປເລີຍ ແບບບໍ່ມີຕັດຕໍ່ ແບບແປນໆໄປເລີຍທັນຄິດຫຍັງກໍ່ເວົ້າອອກມາຖືກໃຈຄົນແດ່ ບໍ່ຖືກໃຈຄົນແດ່ກໍ່ມີ ແລະ ອີກຢ່າງໜຶ່ງຍ້ານຫຼາຍຄົນບໍ່ເຂົ້າໃຈສໍານຽງທ້ອງຖີ່ນຂອງໄໝ . ສະນັ້ນມື້ນີ້ ຂໍໃຫ້ທຸກຄົນສະຫຼະເວລາອ່ານເອົາເດີ່

    ຂໍເຂົ້າເລື່ອງເລີຍ ທຸກຄົນຄົງຈະຮູ້ແລ້ວເນາະວ່າໄໝເວົ້າມານີ້ແມ່ນກ່ຽວກັບເລື່ອງຫຍັງ. ຜູ້ທີ່ມັກຕິດຕາມສື່ທາງອອນລາຍກໍ່ຄົງຈະບໍ່ພາດ ເພາະເລື່ອງດັງແຮງ ດັງຈົນຕົນເອງບໍ່

    ເຄີຍຄິດວ່າ ຈະດັງປານນີ້ ແຕ່ດັງແບບນີ້ກໍ່ບໍ່ມັກເດີ່ ຄວາມດັງທີ່ແລກມາດ້ວຍຄວາມເຂົ້າໃຈຜິດຂອງສັງຄົມ ແລະ ດັງມາຈາກ ຄົນບາງກູ່ມທີ່ບໍ່ມີຈັນຍາບັນໃນການສື່ຂ່າວ ເຮັດໃຫ້ເກີດກະແສປັ່ນປ່ວນ, ເຮັດໃຫ້ຫຼາຍຄົນເຮີ່ໄປນໍາ …

    ໄໝກໍ່ວ່າໄໝແລ້ວເວລາໄລສົດຈົບແລ້ວມາເບີ່ງຕົວເອງຄືນ ຍັງຮູ້ສືກວ່າມີຫຼາຍຢ່າງຕ້ອງປັບປູງແກ້ໄຂໃນໄລ ຕໍ່ໄປໃຫ້ອອກມາດີກວ່າເກົ່າ …ແຕ່ສໍາລັບໂພສບາງຄົນ , ຄອມເມັນ

    ບາງຄົນ ທີ່ພາດພີງກ່ຽວກັບໄໝ ໄຫມຄິດບໍ່ອອກເລີຍທີ່ຈະໄຫ້ພວກເຈົ້າໄປແກ້ໄຂ້ໃນຈຸດໃດ ຢ້ໍາວ່າສະເພາະບາງຄົນ. ບໍ່ຮູ້ຊິເຮັດຈັງໃດນໍາພວກເຈົ້າ ມີເເຕ່ຂໍອວຍພອນໄຫ້ພວກເຈົ້າ ມີຄວາມສຸກໃນຄວາມຄິດ ແລະ ການກະທໍາຂອງພວກເຈົ້າສາ. ບາງຄົນທີ່ຍັງພໍມີເຫດຜົນ ແລະ ສື່ທີ່ພໍຍັງມີຈັນຍາບັນ. ເຂົາກໍ່ຄອມເມັ້ນແລະ ແຊຣ໌ແບບທໍາມະດາ ບໍ່ໃດ້ພາດພິງສື່ເຖີງບຸກຄົນແບບສະເພາະເຈາະຈົງ ,ສື່ບາງສື່ , ຄົນບາງຄົນ ກໍ່ໄດ້ໂພສ ແລະ ຄອມເມັ້ນເຕືອນພວກເຈົ້າເສບຂ່າວຂຽນຂ່າວໄຫ້ມີສະຕິ ກໍ່ບໍ່ມີໃຜສົນໃຈ ກົດໄລ້ກົດເເຊຣ໌ເລີຍ ເຊີງມັນເປັນເລື່ອງທີ່ໜ້າເສົ້າ ວ່າ: ສັງຄົມເຮົາມັນເກີດຫຍັງຂື້ນ

    ຍອມຮັບວ່າຕອນເຫັນກະແສເກີດຂື້ນທໍາອິດ ຮູ້ສືກຕົກໃຈ ເເລະ ເສຍໃຈກັບຜູ້ທີ່ຂຽນຂ່າວ ແລະ ໂພສແບບນັ້ນລົງໄປ ສົມມຸດວ່າທຸກຄົນເປັນໄໝເດ້ ທຸກຄົນຈະຮູ້ສືກເເນວໃດ ເມືອເຮົາບໍ່ໄດ້ຮູ້ເລື່ອງຮູ້ລາວຫຍັງທັງໝົດ ແຕ່ຖືກກ່າວຫາແບບນັ້ນ

    ທໍາອິດໄໝຄິດໃຈຮ້າຍສຸດໆ ຈົນມີຄວາມຄິດຢາກເຂົ້າໄປຕອບໂຕ້ແບບແຮງໆ ແຕ່ຮູ້ສືກວ່າເຮັດຫຍັງໄປກໍ່ຄົງບໍ່ສະບາຍໃຈ ຄົງຈະເພີ່ມຄວາມກຽດຊັງໄຫ້ກັນຊື່ໆ.

    ຈື່ງຕັດສີນໃຈ ຖອຍມາຕັ້ງສະຕິ ແລະຄ່ອຍໆຊອກຫາຂໍ້ມູນຕ່າງໆເພື່ອລວບລວມໄວ້ເປັນຫຼັກຖານ ຈາກເຫດການຄັ້ງນີ້ ເຮັດໃຫ້ຮູ້ໃຈຫລາຍຄົນ ວ່າຄົນໃດຮັກຄົນໃດຊັງ ຄົນໃດຫວັງດີກັບເຮົາ

    ຕໍ່ໄປໄໝເຮັດຫຍັງ ກໍ່ຄົງໃດ້ລະມັດລະວັງຂື້ນຕື່ມ ທີ່ຜ່ານມາໄໝກໍ່ພຽງຄິດວ່າ: ຖ້າໄໝມີເງີນ 1 ລ້ານກີບ ປັນໄຫ້ຄົນ100ຄົນ ເຂົາຈະໄດ້ເງີນ ຜູ້ລະ10ພັນກີບ ໄປຊື້ນ້ໍາກີນຄົນລະ

    ຕຸກກໍ່ໝົດ. ແຕ່ຖ້າໄໝເອົາເງີນຈໍານວນນັ້ນມາກອງໄວ້ຕໍ່ໜ້າເຂົາ ເພື່ອສ້າງເເຮງບັນດານໃຈພ້ອມກັບວິທີຫາເງີນ ໃຫ້ເຂົາເຈົ້າ ໄໝຄິດວ່າເຂົາເຈົ້າຈະສາມາດ ຫາໄດ້ຄົນລະ1ລ້ານ ຄືກັນກັບໄໝ 100 ຄົນກໍ່ເທົ່າກັບ100ລ້ານ ທີ່ສາມາດນໍາໄປຕໍ່ຍອດທຸລະກິດ ໄຫ້ໃດ້ຫລາຍກ່ວານັ້ນໃນອານາຄົດ

    ສະເພາະເຫດການຄັ້ງນີ້ ໄໝບໍ່ຖືໂທດໂກດເຄຶອງເອົາເລື່ອງເອົາຄວາມຜູ້ໃດ ບໍ່ແມ່ນວ່າຍ້ອນໃຈດີເດີ່ ແຕ່ໄໝຢາກໄຫ້ເເຕ່ລະຄົນເອົາເວລາໄປທໍາມາຫາກີນ ເຮັດໜ້າທີ່ຂອງໂຕເອງໄຫ້ດີຫລາຍກ່ວາ ແລະ ຢ່າໃດ້ໄປເຮັດກັບໃຜແບບນີ້ອີກ

    ໄໝເຊື່ອວ່າພະລັງໂຊຊຽວເປັນກະບອກສຽງທີ່ດີ ຖ້າເຮົາໄຊ້ມັນໃນທາງທີ່ຖືກຕ້ອງແລະເໝາະສົມ ຈະໄຫ້ປະໂຫຍດກັບເຮົາເເລະຄົນອື່ນນໍາ ສໍາລັບຂໍ້ມູນຜູ້ທີໂພສ ສະເພາະເຈາະຈົງເຖີງໄໝ ໄໝກໍ່ເກັບເອົາລາຍລະອຽດໄດ້ຫລາຍເຕີບເເລ້ວ ສະນັ້ນໄໝຈະໄຫ້ໂອກາດແຕ່ພຽງຄັ້ງດຽວ ຖ້າຍັງມີອີກ ໄໝຈະເອົາເລື່ອງເຕັມທີ່ຕາມກົດໝາຍ.

    ສ່ວນຂໍ້ຂ້ອງໃຈຂອງທຸກຄົນທີ່ສົງໄສວ່າໄໝກ່ຽວພັນກັບສິ່ງເສບຕິດໄຫມຂໍຢືນຢັນລ້ານ% ວ່າໄຫມບໍ່ເຄີຍຂ້ອງກ່ຽວ ຍັງບໍ່ຮູ້ຊ້ໍາວ່າເມັດຢາບ້າເປັນເເບບໃດ ສູງສຸດກໍ່ເຫັນເເຕ່ຢູ່ໃນຂ່າວ.

    ສ່ວນການໂພສໂຄສະນາສີນຄ້າຂອງໄໝຜ່ານມາ ສີ່ງໃດທີ່ສະທ້ອນຄວາມບໍ່ເໝາະສົມ ,ໄໝກໍ່ພະຍາຍາມປັບປຸງແກ້ໄຂ .ແຕ່ສີ່ງໃດທີ່ເປັນຄວາມຄິດສ້າງສັນ ແລະ ການສ້າງແຮງບັນດານໃຈໄຫ້ກັບໃຜຫຼາຍໆຄົນ ໄໝຈະສືບຕໍ່ປັບປຸງປະຕິບັດ

    ກ່ວາໄໝມາຮອດຈຸດນີ້ໄດ້ກໍ່ບໍ່ແມ່ນເລື່ອງງ່າຍ ພວກເຮົາກໍ່ໄດ້ບຸກບືນທຸ່ມເທ ເລີ່ມແຕ່ນ້ອຍຫາໃຫຍ່. ບຸກບືນຫາເງີນເອົາເປັນເອົາຕາຍທັງຜົວທັງເມຍ ໄໝກໍ່ເປັນຕົວແທນຂາຍຄີມແບຣນອື່ນມາກ່ອນ ຜົວກໍ່ຂາຍເຄື່ອງສະເເກນລົດ,ເຄື່ອງມືສ້ອມແປງລົດທັນສະໄໝ ໄຫ້ຫລາຍຮ້ານໃນປະເທດລາວ ແລະ ສ້ອມແປງອີເລັກໂທນິກລົດຍົນໄປນໍາ ພໍມີທືນກໍ່ຊື້-

    ຂາຍລົດມືສອງໄປນໍາ ແລະ ໄໝກໍເລີຍເປີດເເບຣນເຄື່ອງສໍາອາງຂື້ນມາເປັນຂອງໂຕເອງ ແລະ ມີລົດຟ໋ອກລິບໄຫ້ເຊົ່າຈໍານວນຫລາຍຄັນສ່ວນເລື່ອງບໍ່ດີໄໝບໍ່ເຄີຍແມ້ແຕ່ຈະຄິດ

    ທ້າຍສຸດນີ້ ໄໝຕ້ອງ ຂໍຂອບໃຈ ຜູ້ທີ່ເຄີຍສະນັບສະໜູນຄອບຄົວຂອງໄໝ ໂດຍສະເພາະລູກຄ້າ ທີ່ໄຫ້ຄວາມໄວ້ວາງໃຈ ແລະ ເພື່ອນຮ່ວມທຸລະກິດ , ຜູ້ສະໜອງທືນຮອນ ,ຜູ້ທີ່ໄຫ້ກໍາລັງໃຈ ຕະລອດຮອດສັງຄົມທີ່ໄຫ້ຄວາມສະໜັບໜູນເຮັດໄຫ້ທຸລະກິດຄອບຄົວໄໝໃຫ້ມາເຖີງຈຸດນີ້

    ສະນັ້ນໄໝຂໍສັນຍາວ່າ: ຈະບໍ່ເຮັດໄຫ້ທຸກຄົນຜິດຫວັງ ຈະຕັ້ງໃຈພັດທະນາຕົນເອງ,ບໍລິສັດ ແລະ ອົງກອນ ໃຫ້ເຕີບໃຫຍ່ ມີຜົນປະໂຫຍດຕໍ່ໂຕເອງ ແລະ ສັງຄົມຂື້ນໄປເລື້ອຍໆ
    ຕໍ່ໄປຖ້າໄໝມີຜະລິດຕະພັນໃໝ່ອອກມາກໍ່ຢ່າລືມສະໜັບສະໜູນຊື້ຊ່ວຍແດ່ເດີ້ ຂໍບອກອີກຢ່າງໄໝ ບໍ່ແມ່ນຄົນຫລັກຊາວເດີ້ ໄໝຄົນວຽງທອງ (ຂໍຂອບໃຈ)

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.