ກິນແລ້ວ ແຕ່ບໍ່ມີຈິດສຳນຶກ ຂາດຄວາມຮັບຜິດຊອບ ຖັງຂີ້ເຫຍື້ອມີ ຢູ່ຄົນລະຝາກທາງໃກ້ໆ ບໍ່ເອົາຖິ້ມ

    0
    57

    ປັດຈຸບັນເຫັນວ່າມີການຈັດງານກິດຈະກຳຕ່າງໆຫລາຍຂຶ້ນຫລາຍກິດຈະກຳ ບໍ່ວ່າຈະເປັນກິດຈະກຳເພື່ອການກຸສົນ ຫລື ກິດຈະກຳສະເຫລີມສອງຫລອງວັນສຳຄັນຕ່າງໆ ສ່ວນຫລາຍຈະເປັນກິດຈະກຳແລ່ນເພື່ອສຸຂະພາບ ຜ່ານມາມັກຈະມີຫລາຍກິດຈະກຳຈັດຂຶ້ນ ຢູ່ເຂດເສດຖະກິດ ບຶງທາດຫລວງ ນະຄອນຫລວງວຽງຈັນ ເພື່ອເປັນການສະເຫລີມ

    ສະຫລອງວັນພິເສດໃດໜຶ່ງ, ພິທີແຂ່ງຂັນກິລາແລ່ນລານ ຫລື ເປັນການກະຊັບມິດອ້າຍນ້ອງ ເພື່ອນຮ່ວມງານ ໃຫ້ມີຄວາມຮັກແພງສາມັກຄືກັນ. ແຕ່ບັນຫາທີ່ເກີດຂຶ້ນຄືມີຄົນທີ່ເຂົ້າຮ່ວມງານຈຳນວນໜຶ່ງຂາດຄວາມຮັບຜິດຊອບຕໍ່ຄວາມເປັນລະບຽບຮຽບຮ້ອຍຈົບງາມ ໂດຍສະເພາະການຖິ້ມຂີ້ເຫຍື້ອຊະຊາຍຢັ່ງຢາຍຢູ່ຕາມສະຖານທີ່ກິດຈະກຳ ທັງໆທີ່

    ພາຍໃນງານກໍມີການວາງຖັງຂີ້ໄວ້ເປັນຈຸດໆ ແຕ່ກໍບໍ່ພາກັນໄປຖິ້ມໃສ່ຖັງທີ່ໜ່ວຍງານກ່ຽວຂ້ອງຈັດສັນໄວ້ໃຫ້, ການຖິ້ມຂີ້ເຫຍື້ອຊະຊາຍໃນສະຖານທີ່ສາຖາລະນະ ໂດຍສະເພາະ

    ສະຖານທີ່ອອກກຳລັງກາຍແມ່ນເປັນການບໍ່ເໝາະສົມທີ່ສຸດ. ນອກຈາກຈະມີການຈັດກິດຈະກິດຕ່າງໆແລ້ວ ຈຸດນີ້ກໍເປັນຈຸດໜຶ່ງທີ່ມີມວນຊົນມາອອກກຳລັງກາຍເປັນປະຈຳ ບໍ່ວ່າຈະເປັນຕອນເຊົ້າໆ ຫລື ຕອນແລງຂອງແຕ່ລະວັນ ການຖິ້ມຂີ້ເຫຍື້ອຊະຊາຍຂອງຄົນວາງກຸ່ມໄດ້ສະແດງໃຫ້ເຫັນຄວາມບໍ່ສະອາດງາມຕາ ທັງກາຍເປັນຫາງສຽງສັງຄົມ.

    ທັງນີ້ທັງນັ້ນ ເພື່ອເປັນການແກ້ໄຂບັນຫາ ຕ້ອງເລີ່ມຕົ້ນຢູ່ທີ່ຕົວບຸກຄົນນັ້ນໆ ແລະ ທຸກຄົນໃນສັງຄົມ ຊ່ວຍກັນເກັບມ້ຽນເສດຂີ້ເຫຍື້ອທີ່ຕົນມີຢູ່ໃນມື ບໍ່ວ່າຈະເປັນຕຸກນ້ຳດື່ມ, ຖົງເຂົ້າໜົມ ແລະ ອາຫານການກິນຕ່າງໆ ພ້ອມທັງເປັນການປູກຈິດສຳນຶກໄປໃນຕົວ ເພື່ອສິ່ງແວດລ້ອມທີ່ດີ ເປັນອະນາຄົດທີ່ສົດໃສໄຮ້ຄວາມເປິະເປື້ອນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.