ສາວໂພສເຕືອນ ຜູ້ຍິງທຸກຄົນໃຫ້ສັງເກດໂຕເອງຫລາຍໆ ໄປກວດໄວ້ແຮງດີ ອາດມີຖົງນ້ຳໃນຮັງໄຂ່ ໄດ້ຜ່າຕັດ ເຈັບ ແລະ ອັນຕະລາຍ

    0
    349

    Pop Vongphachanh ໂພສ ຂໍເຈີກັນແຕ່ເທົ່ານີ້ເດີ້ ບໍ່ເອົາອີກແລ້ວ ປີນີ້ເປັນປີທີ່ຫນັກຫນ່ວງຫລາຍ (ຖົງນ້ຳໃນຮັງໄຂ່) ກ້ອນໃຫຍ່ຊ່ຳໃດຖາມໃຈເຈົ້າເບີ່ງ (ກ້ອນຊ່ຳຫົວເດັກນ້ອຍ.ຢາກເຕືອນຜູ້ຍິງທຸກຄົນໃຫ້ສັງເກດໂຕເອງຫລາຍໆ ໄປກວດໄວ້ແຮງດີ ຖ້າເຈີຕອນມັນນ້ອຍໆ ໃຫ້ຕັດຖິ້ມ ກ່ອນທີ່ມັນຈະໃຫຍ່ ແລະ ສາຍເກີນໄປ


    ຜ່າຕັດວ່າເຈັບແຜ່ແລ້ວ ແຕ່ຕອນເຈັບຍ້ອນມີກ້ອນອັນນີ້ ຕອນມັນມັນບິດ ແລະ ກຳລັງຊິແຕກ ທໍລະມານຍິງກວ່າ ເກີດມາຍັງບໍ່ເຄີຍເຈັບປານນີ້ຈັກເທື່ອ.
    ປະມານປີກາຍນີ້ເຄີຍກວດເຈີແລ້ວແຕ່ຕອນນັ້ນມັນຍັງເປັນນ້ອຍໆຢູ່ ຫມໍບອກວ່າບໍ່ອັນຕະລາຍມັນສາມາດຝໍໄປເອງໄດ້ ແຕ່ດ້ວຍຄວາມທີ່ເຮົາບໍ່ສົນໃຈ ບໍ່ໃສ່ໃຈມັນເລີຍ ກິນຕາມໃຈປາກ. ຕໍ່ມາເລີ່ມມີອາການປວດປະຈຳເດືອນຫລາຍກ່ອນເກົ່າ ເລີ່ມເຈັບເອວ ເຈັບຫລັງແບບບໍ່ມີສາເຫດ ຄິດວ່າເປັນຍ້ອນກະດູກ ຫລື ກ້າມເນື້ອ ກະວ່າໄປ .


    ມີຊ່ວງຫນຶ່ງທີ່ເລີ່ມຮູ້ສຶກວ່າໂຕເອງຕຸ້ຍ ເລີຍລົດນ້ຳຫນັກ ນ້ຳຫນັກກະລົງຕາມເຮົາຕັ້ງໃຈ ແຕ່ສິ່ງທີ່ບໍ່ລົງຄືທ້ອງນ້ອຍ ຍັງໃຫຍ່ເປັນຫນ່ວຍຢູ່ ແຕ່ກະຄິດວ່າຍ້ອນໄຂມັນສະສົມ


    ມາມື້ຕອນຊິໄດ້ຜ່າ ຢູ່ດີໆກະເຈັບຕັ້ງແຕ່ຫລັງຈົນໄປຮອດເອວ ເຈັບຈົນຢືນບໍ່ໄດ້ ຫລັງຈາກນັ້ນຄວາມເຈັບທ້ອງນ້ອຍຝາກຊ້າຍກະຕາມມາ ແຮງຫນັກກ່ອນເກົ່າ ຈົນໄດ້ຕ້ອງໄປໂຮງຫມໍເພາະບໍ່ໄຫວແລ້ວ . ໄປຮອດໂຮງຫມໍ ຫມໍກະກວດທຸກຢ່າງແຕ່ບໍ່ເຈີຫຍັງ ເລີຍສົ່ງໄປພະແນກ ພະຍາດຍິງ ເພິ່ນກະຫຸ້ມໃສ່ ຈົນຊ່ອງຊອງຄອດເຫັນ ຫມໍເພິ່ນກະສັ່ງຜ່າຕັດດ່ວນເລີຍ .


    ໃຊ້ເວລາຜ່າເກືອບ 3ຊົ່ວໂມງ . ດີທີ່ຜ່າທັນ ຖ້າມັນແຕກລະເປັນເລື່ອງໃຫມ່ . ປີກມົດລູກຝາກຊ້າຍກະໄດ້ຕັດອອກໄປນຳເລີຍ
    ສະນັ້ນຢາກຝາກບອກຜູ້ຍິງທຸກຄົນໃຫ້ຮັກສາໂຕເອງໃຫ້ດີໆ ຢ່າປະມາດ ຢ່າຄິດວ່າມັນໄກໂຕ ຫມັ່ນໄປກວດ ພະຍິງເຮົາອັນຕະລາຍຫລາຍ ເຈັບເປັນມາບາງຄົນອາດຈະບໍ່ໂຊກດີ. ຂະຫນາດຂ້ອຍເອງຍັງຄິດວ່າໂຕເອງຊິບໍ່ມີຊີວິດລອດແລ້ວ ຕອນເຈັບບາດສຸດທ້າຍ ຫນ້າ ພໍ່ແມ່ ຜົວ ນ້ອງ ຄົນທີ່ເຮົາຮັກລອຍມາເລີຍ ຈົນນົບຈົນໄຫວ ຄວາມວ່າຢ້ານຕາຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.