ເກີດເຫດ ລົດໃຫຍ່ຕຳລົດຈັກ ໄດ້ຮັບບາດເຈັບ ແລ້ວລົບໜີ ທີ່ແຂວງບໍ່ແກ້ວ

    0
    85

    ລົດໃຫຍ່ຕຳລົດຈັກແລ້ວໜີທີ່ແຂວງບໍ່ແກ້ວ ໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວ ໄດ້ລາຍງານອຸບັດຕິເຫດເກີດຜູ້ຂັບຂີ່ລົດໃຫຍ່ຕຳລົດຈັກແລ້ວຫຼົບໜີ້ແບບບໍ່ມີຄວາມຮັບຜິດຊອບ ໂດຍຈຸດເກີດອຸບັດຕິເຫດ ຢູ່ບ້ານຫ້ວຍຊາຍເໜືອ ໃກ້ກັບສູນເລືອດ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.​

    ອຸບັດເຫດເກີດຂຶ້ນ ເວລາ 18:03 ນາທີ ຂອງ ວັນທີ 27 ພະຈິກ 2022 ເຮັດໃຫ້ມີຜູ້ບາດເຈັບ 1 ຄົນ ເພດຊາດຊາຍ (ຜູ້ຂັບຂີ່ລົດຈັກ ) ສັນຊາດລາວ ອາຍຸ 42 ປີ ຢູ່ບ້ານນ້ຳເດື່ອ ເມືອງຫ້ວຍຊາຍ ແຂວງບໍແກ້ວ,​ ອາການບາດເຈັບເບື່ອງຕົ້ນ: ມີບາດແຜຫົວຈີກ, ແໜ້ນໜ້າເອິກ, ເອິກທະເລີ້ນ, ຂ້າງທະເລີນ, ມືທະເລີ້ນ, ຫົວເຂົ່າຈີກ, ຂາຈີກ, ຕີນຈີກ.​

    ທ່ານໃດພົບເຫັນ ຫຼື ຮູ້ຂໍ້ມູນກ່ຽວກັບລົດໃຫຍ່ຄັນດັ່ງກ່າວສາມາດແຈ້ງຫາເຈົ້າໜ້າທີ່ ປກສ ແຂວງ ໄດ້ຕະຫລອດເວລາ ເພື່ອມາຮັບຜິດຊອບຄວາມເສຍຫາຍດັ່ງກ່າວ.
    ສາມາດແຈ້ງຫາເບີໜ່ວຍກູ້ໄພອົງການກາແດງແຂວງບໍ່ແກ້ວ ໂທ 084 -1625, 020- 55092092

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.