ອີງຕາມ ຂໍ້ຕົກລົງຂອງ ລັດຖະມົນຕີວ່າການ ກະຊວງການເງິນ ສະບັບເລກທີ 1026/ກງ, ລົງວັນທີ 12 ມິຖຸນາ 2003 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວທຸລະກິດ ຂອງລັດວິສາຫະກິດ ຫວຍພັດທະນາ. ອີງຕາມ ແຜນການກໍານົດມື້ອອກເລກລາງວັນຫວຍພັດທະນາ ປະຈໍາປີ 2022 (ສະບັບປັບປຸງ) ເລກທີ 0187/ຫພນ, ລົງວັນທີ 24 ກຸມພາ 2022.
ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຂໍຖືເປັນກຽດແຈ້ງມາຍັງ ຫົວຫນ້າຕົວແທນຈໍາຫນ່າຍຫວຍ ພັດທະນາ; ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນ ໃນຂອບເຂດທົ່ວປະເທດ ຊາບທົ່ວເຖິງກັນວ່າ: ເນື່ອງຈາກວັນສຸກ, ວັນທີ 02 ທັນວາ 2022 ເປັນວັນພັກລັດຖະການ (ວັນສະຖາປະນາ ສປປ ລາວ) ສະນັ້ນ,
ເພື່ອຮັບປະກັນໃຫ້ການເຄື່ອນໄຫວຈໍາຫນ່າຍຫວຍພັດທະນາ ໄດ້ດໍາເນີນໄປຕາມແຜນການ ແລະ ມີປະສິດທິຜົນດີ ບໍລິສັດ ລັດວິສາຫະກິດ ຫວຍພັດທະນາ ຈະໄດ້ໂຈະການຈໍາຫນ່າຍ ແລະ ໂຈະການອອກ ເລກລາງວັນຫວຍພັດທະນາ ໃນວັນສຸກ, ວັນທີ 02 ທັນວາ 2022, ບໍ່ມີການອອກທົດແທນຄືນ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງຫົວຫນ້າຕົວແທນຈໍາຫນ່າຍຫວຍພັດທະນາ, ທຸກພາກສ່ວນທີ່ກ່ຽວຂ້ອງ ຕະຫລອດ ຮອດຜູ້ທີ່ມັກສ່ຽງໂຊກ-ຊິງລາງວັນເພື່ອຊາບ ແລະ ພ້ອມກັນປະຕິບັດຕາມແຈ້ງການສະບັບນີ້ດ້ວຍ