ຂ່າວດີປະຊາຊົນເມືອງກາສີ ໄດ້ຮັບສິດຄັດເລືອກໄປເຮັດວຽກຕາມລະດູການທີ່ ສ.ເກົາຫຼີ ຈຳນວນ 130 ຄົນ

    0
    97

    ແຕ່ຂ່າວດີສຳລັບປະຊາຊົນ ຫຼື ແຮງງານ ເມືອງກາສີ ແຂວງວຽງຈັນ ໄດ້ຮັບສິດໄປເຮັດວຽກຕາມລະດູການທີ່ເມືອງຊັງຢອງ, ສ.ເກົາຫຼີ ຈຳນວນຕ້ອງການ 130 ຄົນ ເປີດຮັບສະໝັກໃນໄລຍະວັນທີ 5-9 ທັນວາ 2022 ນີ້
    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ອອກແຈ້ງການ ເຖິງຫົວໜ້າພະແນກ ຮສສ ແຂວງ ວຽງຈັນ ເລື່ອງການປະກາດລົງທະບຽນຮັບສະໝັກແຮງງານເມືອງກາສີ ເພື່ອໄປເຮັດວຽກຕາມລະດູການທີ່ເມືອງຊັງຢອງ, ສ.ເກົາຫຼີ.

    ອີງຕາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ສ.ເກົາຫຼີ ລະຫວ່າງ ກົມການຈັດຫາງານ ແລະ ເມືອງ ຊັງຢອງ ສ.ເກົາຫຼີ, ຫ້ອງການ ກະຊວງ ຮສສ ຂໍແຈ້ງມາຍັງທ່ານຊາບວ່າ: ເມືອງ ຊັງຢອງ ໄດ້ສະແດງເຈດຈຳນົງ ໃນການນໍາໃຊ້ແຮງງານລາວ ເພື່ອໄປເຮັດວຽກທີ່ເມືອງ ຊັງຢອງ ຕາມລະດູການ ຈຳນວນ 130 ຄົນ ໃນເດືອນ ກຸມພາ 2023. ສະນັ້ນ, ເພື່ອເປັນການກະກຽມຄວາມພ້ອມ ແລະ ຮັບປະກັນໃຫ້ແກ່ການຄັດເລືອກແຮງງານທີ່ມີຄຸນະພາບ ແລະ ຖືກຕ້ອງຕາມຈຸດປະສົງຂອງນາຍຈ້າງ, ກົມການຈັດຫາງານ ພ້ອມດ້ວຍຄະນະຈະດໍາເນີນການຮັບສະໝັກ, ຄັດເລືອກ ເອົາແຮງງານທີ່ເມືອງກາສີ ແຂວງວຽງຈັນ ໃນໄລຍະວັນທີ 5-9 ທັນວາ 2022 ເພື່ອຂຶ້ນທະບຽນ ແລະ ສຳພາດແຮງງານ ຈຳນວນ 230 ຄົນ ເພື່ອຄັດເລືອກເອົາແຮງງານ ເມືອງກາສີ ຈຳນວນ 130 ຄົນ.

    ຮູບປະກອບຂ່າວ ຈາກກະຊວງ ຮສສ

    ສະນັ້ນ, ເພື່ອເຮັດໃຫ້ຂະບວນການຮັບສະໝັກ ແລະ ຄັດເລືອກເອົາແຮງງານ ມີຄວາມສະດວກ,ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບການທີ່ໄດ້ກໍານົດໄວ້, ຫ້ອງການ ກະຊວງ ຮສສ ແຈ້ງມາຍັງທ່ານ ເພື່ອແຈ້ງການຫາ ຫ້ອງການ ຮສສ ເມືອງ ກາສີ ແຈ້ງໃຫ້ແຮງງານຜູ້ທີ່ມີຄວາມສົນໃຈ ແລະ ເງື່ອນໄຂຄົບຖ້ວນຈາກບ້ານຕ່າງໆພາຍໃນເມືອງ ເພື່ອເຂົ້າຮ່ວມສະໝັກໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການ ໃນວັນເວລາທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ. ສໍາລັບແບບຟອມການສະໝັກ ກົມການຈັດຫາງານ ຈະກະກຽມໄປແຈກຈ່າຍໃນມື້ລົງທະບຽນ ແລະ ຂໍໃຫ້ພະແນກ ຮສສ ແຂວງ ວຽງຈັນ, ຫ້ອງການ ຮສສ ເມືອງ ກາສີ ແລະ ການປົກຄອງບ້ານ ໃຫ້ຄວາມຮ່ວມມືໃນການສະກັດກັ້ນບໍ່ໃຫ້ມີນາຍໜ້າ ເຂົ້າມາມີສ່ວນຮ່ວມໃນຂະບວນການຄັດເລືອກແຮງງານຄັ້ງນີ້ຢ່າງເດັດຂາດ. ສຳລັບຄ່າລົງທະບຽນ, ສະໝັກ ແລະ ຄັດເລືອກ ແມ່ນຈະບໍ່ໄດ້ເສຍຄ່າໃຊ້ຈ່າຍ.

    ຮູບປະກອບຂ່າວ ຈາກ ບຸນທ່ຽງ ລັດຕະນະວົງ

    ເງື່ອນໄຂການສະໝັກ
    1. ເປັນພົນເມືອງລາວ ແລະ ອາໄສຢູ່ ເມືອງ ກາສີ ຢ່າງໜ້ອຍ 1 ປີ; 2. ບໍ່ຈຳກັດເພດ, ມີອາຍຸ 30-50 ປີ; (ສໍາລັບເພດຍິງ ຕ້ອງບໍ່ຢູ່ໃນໄລຍະຖືພາ ແລະ ມີລູກນ້ອຍຕໍ່າກວ່າ2 ປີ );

    3. ມີສຸຂະພາບແຂງແຮງ, ບໍ່ເປັນໂລກຕ້ອງຫ້າມເປັນຕົ້ນ: ໄວຣັດຕັບບີ, ພະຍາດຕິດຕໍ່ທາງເພດສຳພັນແລະ ວັນນະໂລກ; 4. ບໍ່ມີຄະດີ, ບໍ່ມີປະຫວັດຫ້າມເຂົ້າ-ອອກ ສ.ເກົາຫຼີ ຫຼື ບໍ່ຖືກຈຳກັດການເດີນທາງອອກນອກປະເທດ; 5. ຈົບການສຶກສາຂັ້ນປະຖົມສຶກສາຂຶ້ນໄປ ສາມາດອ່ານ, ຂຽນພາສາລາວໄດ້;6. ສາມາດຊຳລະຄ່າໃຊ້ຈ່າຍຕ່າງໆດ້ວຍຕົນເອງ; 7. ຕ້ອງມີໂທລະສັບສະມາດໂຟນ ເພື່ອໃຊ້ລົງທະບຽນຢູ່ ສ.ເກົາຫຼີ.

    ຮູບປະກອບຂ່າວ ຈາກກະຊວງ ຮສສ

    ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດດ້ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.